ອາເມລິກາ ຍັງບໍ່ທັນໄດ້ຮັບອັດຖິທະຫານເສຍຊີວິດໃນສົງຄາມຢູ່ ສປປ ເກົາຫຼີ ເທື່ອ

(VOVWORLD) - ສປປ ເກົາຫຼີ ເຂົ້າໃຈໄດ້ເປົ້າໝາຍປອດນິວເຄຼຍ ໃນແຫຼມ ເກົາຫຼີ ຂອງ ອາເມລິກາ ຄືບັນດາການປຶກສາຫາລືລະຫວ່າງ 2 ປະເທດທີ່ກອງປະຊຸມສຸດຍອດຜ່ານມາ.

ວັນທີ 27 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໃຫ້ຮູ້ວ່າ: ປະເທດນີ້ຍັງບໍ່ທັນໄດ້ຮັບອັດຖິທະຫານອາເມລິກາ ທີ່ເສຍຊີວິດໃນສົງຄາມຢູ່ ສປປ ເກົາຫຼີ ເທື່ອ. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານ Pompeo ກໍ່ມີຄວາມ “ປະເອີບໃຈ” ວ່າ: ອັດຖິທະຫານຈະໄດ້ສົ່ງກັບເມືອປະເທດ ອາເມລິກາ ໃນ “ອະນາຄົດໃກ້ໆນີ້”. ກ່າວຄຳເຫັນທີ່ວາລະອະພິບາຍຢູ່ສະພາສູງ, ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ໃຫ້ຮູ້ວ່າ: ສປປ ເກົາຫຼີ ເຂົ້າໃຈໄດ້ເປົ້າໝາຍປອດນິວເຄຼຍ ໃນແຫຼມ ເກົາຫຼີ ຂອງ ອາເມລິກາ ຄືບັນດາການປຶກສາຫາລືລະຫວ່າງ 2 ປະເທດທີ່ກອງປະຊຸມສຸດຍອດຜ່ານມາ. ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ຢັ້ງຢືນວ່າ: ທ່ານ ຈະຖອນຕົວອອກຈາກການເຈລະຈາຖ້າຫາກວ່າ ສປປ ເກົາຫຼີ ບໍ່ໃຫ້ຄຳໝັ້ນສັນຍາຫລຸດຜ່ອນບັນດາໂຄງການນິວເຄຼຍ ແລະ ລູກສອນໄຟຂອງປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ