(vovworld) - ວັນທີ 7/12, ອາເມລິກາ ໄດ້ຕົກລົງຕໍ່ກຳນົດເວລາຕື່ມອີກ 180 ມື້ກ່ຽວກັບການຍົກເວັ້ນນຳໃຊ້ບັນດາມາດຕະການລົງໂທດຕໍ່ ອີຣານ ສຳລັບ 9 ພື້ນຖານເສດຖະກິດທີ່ຫລຸດຜ່ອນການນຳເຂົ້ານ້ຳມັນຂອງ ເຕເຮຣານ, ໃນນັ້ນ ມີຈີນ, ອິນເດຍ, ສເກົາຫລີ. ໃນຖະແຫລງການດ້ວຍລາຍລັກອັກສອນ, ທ່ານນາງ Hilary Clinton ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ຊີ້ແຈງວ່າ: ບັນດາພື້ນຖານດັ່ງກ່າວໄດ້ຮັບການຕໍ່ກຳນົດເວລານຳໃຊ້ມາດຕະການລົງໂທດ ເພາະວ່າ ເຂົາເຈົ້າໄດ້ຫລຸດຜ່ອນປະລິມານຊື້ນ້ຳມັນຂອງ ອີຣານ ພໍສົມຄວນ. ນອກຈາກ 3 ພື້ນຖານເສດຖະກິດທີ່ກ່າວມາຂ້າງເທິງ ຍັງມີ ມາເລເຊຍ, ສິງກະໂປ, ອາຟຼິກາໃຕ້, ສີລັງກາ, ຕວກກີ ແລະ ໄຕ້ຫວັນ.