ອາເມລິກາ ລົງໂທດສ່ວນບຸກຄົນ ແລະ ອົງການຈັດຕັ້ງຂອງ ສປປ.ເກົາຫຼີ ຕື່ມອີກ

(VOVWORLD) - ວັນທີ 26 ຕຸລາ, ອາເມລິກາ ໄດ້ຈັດວາງບັນດາມາດຕະການລົງໂທດສຳລັບ 7 ຄົນ ແລະ 3 ອົງການຈັດຕັ້ງຂອງ ສປປ.ເກົາຫຼີ ດ້ວຍຄຳກ່າວຫາໄດ້ ລະເມີດສິດທິມະນຸດ. ກະຊວງການເງິນ ອາເມລິກາ ໃຫ້ຮູ້ວ່າ: 
  

ບັນດາມາດຕະການລົງໂທດນີ້ ເພື່ອເລັ່ງໃສ່ບັນດາເຈົ້າໜ້າທີ່ສັງກັດລັດຖະບານ ແລະ ພັກແຮງງານ ສປປ.ເກົາຫຼີ. ໃນຖະແຫຼງການໜຶ່ງ ທ່ານລັດຖະມົນຕີການເງິນ ອາເມລິກາ Steven Mnuchin ໃຫ້ຮູ້ວ່າ: ຂໍ້ຕົກລົງລົງໂທດນີ້ ແມ່ນເຫັນດີເປັນເອກະພາບກັບບົດລາຍງານຂອງກະຊວງການຕ່າງປະເທດ ອາເມລິກາ ເຊິ່ງໄດ້ຮັບການປະກາດໃນວັນດຽວກັນ, ແລະ ເໝາະສົມກັບກົດໝາຍວ່າດ້ວຍການເພີ່ມທະວີນະໂຍບາຍ ແລະ ບັນດາມາດຕະການລົງໂທດ ສປປ.ເກົາຫຼີ ທີ່ໄດ້ລົງນາມໃນເດືອນ ກຸມພາ 2016. ເຖິງຢ່າງໃດກໍ່ຕາມ, ໃນວັນດຽວກັນ, ຜູ້ລາຍງານພິເສດຂອງສະຫະປະຊາຊາດ ທ່ານ Tomas Quintana ຢືນຢັນວ່າ ການລົງໂທດໃນ 3 ຮອບໄລຍະມໍ່ໆມານີ້ຂອງສະຫະປະຊາຊາດ ທີ່ເລັ່ງໃສ່ ສປປ.ເກົາຫຼີ ນັ້ນ ລ້ວນແຕ່ກ່ຽວຂ້ອງເຖິງບັນດາເຫດທົດລອງລູກສອນໄຟ ແລະ ນິວເຄຼຍ ຂອງປະເທດນີ້ ເຊິ່ງອາດຈະສົ່ງຜົນກະທົບບໍ່ດີເຖິງສາມັນຊົນ ສປປ.ເກົາຫຼີ ແລະ ກໍ່ຜົນຮ້າຍເຖິງສະພາບສິດທິມະນຸດຢູ່ປະທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ