ອາເມລິກາຄັດຄ້ານຈີນກີດຂວາງການເຄື່ອນໄຫວຂຸດຄົ້ນນ້ຳມັນອາຍແກັດຢູ່ທະເລຕາເວັນອອກ

(VOVWORLD) -ວັນທີ 20 ກໍລະກົດ, ກະຊວງການຕ່າງປະເທດອາເມລິກາ ໄດ້ສະແດງຄວາມວິຕົກກັງວົງຕໍ່ແຫຼ່ງຂ່າວທີ່ວ່າ ຈີນ ພວມກີດຂວາງການເຄື່ອນໄຫວດ້ານນ້ຳມັນອາຍແກັດຂອງບັນດາປະເທດຢູ່ທະເລຕາເວັນອອກ, ຕຳໜິຕິຕຽນປັກກິງ ມີການກະທຳເກາະຜິດ ແລະ ກໍ່ຄວາມຂາດສະຖຽນລະພາບຢູ່ເຂດທະເລນີ້.

ອາເມລິກາຄັດຄ້ານຈີນກີດຂວາງການເຄື່ອນໄຫວຂຸດຄົ້ນນ້ຳມັນອາຍແກັດຢູ່ທະເລຕາເວັນອອກ - ảnh 1 ທ່ານນາງ Morgan Ortagus ໂຄສົກກະຊວງການຕ່າງປະເທດອາເມລິກາ

(ພາບ: AFP/TTXVN)

ທ່ານນາງ Morgan Ortagus ໂຄສົກກະຊວງການຕ່າງປະເທດອາເມລິກາ ຊີ້ແຈ້ງວ່າ, ເລື່ອງ ຈີນ ດຳເນີນການຖົມດິນເປັນເກາະ ແລະ ຫັນເປັນການທະຫານຢູ່ບັນດາປ້ອມດ່ານໜ້າຢູ່ທະເລຕາເວັນອອກ, ພ້ອມກັບບັນດາການເຄື່ອນໄຫວອື່ນ ເພື່ອແນໃສ່ຢັ້ງຢືນບັນດາຄຳຮຽກສິດຢ່າງຜິດກົດໝາຍຂອງປັກກິງ ຢູ່ເຂດທະເລນີ້, ລວມທັງການນຳໃຊ້ ການທະຫານຢູ່ທະເລ ເພື່ອນາບຂູ່, ບັງຄັບ ແລະ ນາບຂູ່ບັນດາປະເທດອື່ນນັ້ນ ແມ່ນການກະທຳເຮັດໃຫ້ສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນຖືກຊຸດໂຊມ. ຕາມທ່ານນາງ Morgan Ortagus ແລ້ວ, “ຜ່ານການປິດລ້ອມການພັດທະນາຢູ່ທະເລຕາເວັນອອກ ດ້ວຍບັນດາມາດຕະການບັງຄັບ, ຈີນ ໄດ້ກີດຂວາງບໍ່ໃຫ້ບັນດາສະມາຊິກຂອງອາຊຽນ ໄດ້ສຳຜັດກັບຈຳນວນເງິນຫຼາຍກວ່າ 2,5 ພັນຕື້ USD ຈາກປະລິມານພະລັງງານທີ່ສາມາດຂຸດຄົ້ນໄດ້”.

        ກະຊວງການຕ່າງປະເທດໄດ້ຢືນຢັນວ່າ, ບັນດາການກະທຳຄືແນວນັ້ນຂອງຈີນ ໄດ້ນາບຂູ່ເຖິງສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ, ກໍ່ຄືພວມແຊກແຊງເຂົ້າໃນການສຳຫຼວດ ແລະ ຜະລິດນ້ຳມັນ ກໍຄືອາຍແກັດ ເຊິ່ງບັນດາປະເທດໄດ້ດຳເນີນມາແຕ່ດົນນານແລ້ວ, ພິເສດແມ່ນຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ