ອາເມລິກາອະນຸມັດຜ່ານມະຕິ ປົກປັກຮັກສາເຂດລຸ່ມແມ່ນ້ຳຂອງ

ຄະນະ​ກຳມາທິການ​ການ​ຕ່າງປະ​ເທດ​ຂອງ​ສະພາ​ສູງ ອາ​ເມ​ລິ​ກາ ​ໄດ້​ເຫັນ​ດີ​ອະນຸມັດ​ຜ່ານ​ມະຕິ, ​ໂດຍ​ທ່ານ​ ສສຊ Jim Webb ອຸປະທູດ, ​ເຊິ່ງຮຽກຮ້ອງ​​ໃຫ້​ຝ່າຍຕ່າງໆ​ທີ່​ກ່ຽວຂ້ອງ​ພ້ອມ​ກັນ​ມານະ​​ພະຍາຍາມປົກ​ປັກ​ຮັກສາ​ເຂດລຸ່ມແມ່​ນ້ຳຂອງ ​ແລະ ຢຸດ​ການ​ກໍ່ສ້າງ​ເຂື່ອນ​ໄພ​ຟ້າ​ນ້ຳຕົກ​​ໃນ​ແນ່​ນ້ຳລຳ​ນີ້​ຊົ່ວຄາວ. ມະຕິ​ໄດ້​ຮຽກຮ້ອງ​​ໃຫ້ຜູ້​ຕ່າງ​ໜ້າ​ຂອງ ອາ​ເມ​ລິ​ກາ ​ໃນ​ບັນດາ​ທະນາຄານ​ພັດທະນາ​ສະໜັບສະໜູນ​ການປະ​ຕິ​ບັດ​ບັນດາ​ມາດຖານ​ສິ່ງ​ແວດ​ລ້ອມ​ສາກົນ​ສຳລັບ​ບ້ວງ​ເງິນ​ກູ້​ຍື່​ມທັງ​ໝົດ​ທີ່​ນຳ​ໃຊ້​ເຂົ້າໃນ​ຈຸດໝາຍ​ກໍ່ສ້າງ​​ເຂື່ອນ​ໄພ​ຟ້າ​ນ້ຳຕົກ​ໃນ​​ແມ່​ນ້ຳຂອງ. ​ມະຕິ​ກໍ່​ຮຽກຮ້ອງ​​ໃຫ້ກຸ່ມ​ຂໍ້​ລິ​ເລີ່ມລຸ່ມແມ່​ນ້ຳຂອງ​ລົງທຶນ​ໃຫ້​ແກ່​ບັນດາ​ໂຄງການ​ກໍ່ສ້າງ​ພື້ນຖານ​​ໂຄງ​ລ່າງຫຼາຍ​ກວ່າ​ອີກ ​ແລະ ຊອກ​ຫາ​​ມາດ​ຕະການ​ທົດ​ແທນ​​ໃຫ້​ແກ່ເຂື່ອນ​ໄພ​ຟ້າ​ນ້ຳຕົກ. ມະຕິ​ກໍ່​ສົ່ງ​ເສີມ​ບັນດາ​ສະມາຊິກ​ຂອງຄະນະ​ກຳມາ​ທິການ​ແມ່ນ້ຳຂອງເຄົາລົບ​ຂັ້ນ​ຕອນ​ແຫ່ງ​ການ​ທາບທາມ​ຢ່າງ​ເດັດຂາດ ກ່ອນ​ທີ່​ກໍ່ສ້າງ​ບັນດາເຂື່ອນ​ໄພ​ຟ້າ​ນ້ຳຕົກ.
ຂ່າວ/ບົດ​ອື່ນ