(vovworld) – ຕອນບ່າຍວັນທີ 7/10, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ລາວ ບຸນປອນ ບຸດຕະນາວົງ, ທີ່ພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ພັກ, ລັດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດສູງສຸດໃຫ້ແກ່ການປັບປຸງ ແລະ ພັດທະນາການພົວພັນແບບພິເສດກັບ ລາວ, ພ້ອມແລ້ວຈະແບ່ງປັນບົດຮຽນເພື່ອຊ່ວຍເຫຼືອລາວ ພັດທະນາເສດຖະກິດ - ສັງຄົມ. ສ່ວນທ່ານຮອງນາຍົກລັດຖະມົນຕີ ລາວ ບຸນປອນ ບຸດຕະນາວົງ ປາດຖະນາຢາກໃຫ້ 2 ຝ່າຍສືບຕໍ່ແລກປ່ຽນບົດຮຽນໃນການຄຸ້ມຄອງ, ບໍລິຫານ ແລະ ພັດທະນາເສດຖະກິດ - ສັງຄົມ, ຊີ້ນຳໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖີ່ນ, ວິສາຫະກິດຕັ້ງໜ້າສົມທົບກັນປະຕິບັດບັນດາຂໍ້ຕົກລົງຂອງທັງ 2 ປະເທດ, ຜັນຂະຫຍາຍບັນດາແຜນຮ່າງຖືກກັບຄວາມຄືບໜ້າ ນຳມາເຊິ່ງປະສິດທິຜົນແທດຈິງເພື່ອຜົນປະໂຫຍດຂອງປະຊາຊົນ ຫວຽດນາມ - ລາວ.