ຮອງປະທານສະພາແຫ່ງຊາດອວງຈຸລິວຕ້ອນຮັບປະທານກຸ່ມສະມາຊິກລັດຖະສະພາພັກປະເທດລັດເຊຍຍຸຕິທຳ

(VOVWORLD) -        ຕອນບ່າຍວັນທີ 16 ເມສາ, ຢູ່ຫໍສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ອວງຈຸລິວ ໄດ້ໃຫ້ການຕ້ອນຮັບທ່ານປະທານກຸ່ມສະມາຊິກລັດຖະສະພາພັກປະເທດລັດເຊຍ ຍຸຕິທຳ Sergey Mikhailovich ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານຮອງປະທານສະພາແຫ່ງຊາດ ອວງຈຸລິວ ຢືນຢັນວ່າ

ຮອງປະທານສະພາແຫ່ງຊາດອວງຈຸລິວຕ້ອນຮັບປະທານກຸ່ມສະມາຊິກລັດຖະສະພາພັກປະເທດລັດເຊຍຍຸຕິທຳ - ảnh 1(ທ່ານຮອງປະທານສະພາແຫ່ງຊາດ ອວງຈຸລິວ

ຕ້ອນຮັບທ່ານປະທານກຸ່ມສະມາຊິກລັດຖະສະພາພັກປະເທດລັດເຊຍ ຍຸຕິທຳ Sergey Mikhailovich)

ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນອັນດີງາມກັບສະຫະພັນລັດເຊຍ ເພື່ອຜົນປະໂຫຍດຢ່າງແທດຈິງຂອງ 2 ຝ່າຍ. ທ່ານຮອງປະທານສະພາແຫ່ງຊາດປາດຖະໜາວ່າ, ຜ່ານການຢ້ຽມຢາມຄັ້ງນີ້, ທ່ານ Sergey Mikhailovich ເອງ ແລະ ບັນດາສະມາຊິກລັດຖະສະພາພັກປະເທດລັດເຊຍ ຍຸຕິທຳ ຈະສືບຕໍ່ສະໜັບສະໜູນ ແລະ ຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃນທຸກຂົງເຂດກວ່າອີກ, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ, ການຄ້າ, ຍົກວົງເງິນການຄ້າ 2 ປະເທດຂຶ້ນລະດັບ 10 ຕື້ USD ໂດຍໄວ; ໜູນຊ່ວຍປະຊາຄົມຊາວຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ ທີ່ພວມດຳລົງຊີວິດ, ເຮັດວຽກຢ່າງມີສະຖຽນລະພາບ.

      ທ່ານປະທານກຸ່ມສະມາຊິກລັດຖະສະພາພັກປະເທດລັດເຊຍ ຍຸຕິທຳ Sergey Mikhailovich ຢືນຢັນວ່າ, 2 ປະເທດຫວຽດນາມ - ສະຫະພັນລັດເຊຍ ຍາມໃດກໍ່ມີທັດສະນະທີ່ຄ້າຍຄືກັນໃນບັນດາບັນຫາສາກົນ; ຫວັງວ່າ ຜ່ານມາຢ້ຽມຢາມຄັ້ງນີ້ຂອງຄະນະຜູ້ແທນ ຈະປະກອບສ່ວນເພີ່ມທະວີການພົວພັນມິດຕະພາບລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ