ເກີດການເດີນຂະບວນປະທ້ວງຄັ້ງໃຫຍ່ຢູ່ນະຄອນຫຼວງບາງກອກ, ປະເທດໄທ

(VOVWORLD) -ຕອນຄ່ຳວັນທີ 24 ມີນາ, ໄດ້ເກີດການເດີນຂະບວນປະທ້ວງຄັ້ງໃຫຍ່ຢູ່ນະຄອນຫຼວງບາງກອກ ຊຶ່ງໄດ້ຮຽກຮ້ອງໃຫ້ກອງທັບໄທ “ເປັນກາງ” ຈົ່ງກໍ່ກຳລັງດັນຮຽກຮ້ອງລັດຖະບານ ແລະ ສະພາແຫ່ງຊາດເພື່ອສັນຕິພາບ ແລະ ຄວາມເປັນລະບຽບຮຽບຮ້ອຍ (NCPO)ດຳເນີນການເລືອກຕັ້ງໃນປີ 2018

ເກີດການເດີນຂະບວນປະທ້ວງຄັ້ງໃຫຍ່ຢູ່ນະຄອນຫຼວງບາງກອກ, ປະເທດໄທ  - ảnh 1 ການເດີນຂະບວນປະທ້ວງຄັ້ງໃຫຍ່ຢູ່ນະຄອນຫຼວງບາງກອກ

(ພາບ: reuters)

ບັນດາຜູ້ເດີນຂະບວນປະທ້ວງຍັງຖະແຫຼງຈະດຳເນີນການເດີນຂະບວນຄັ້ງໃຫຍ່ກ່ວາອີກໃນເດືອນພຶດສະພາ ຖ້າຫາກຄວາມຮຽກຮ້ອງຂອງເຂົາເຈົ້າບໍ່ໄດ້ຮັບການຕອບສະໜອງ.

     ຕາມທ່ານ ຣັງສີໝານ ຣົມ ຜູ້ນຳກຸ່ມຟື້ນຟູປະຊາທິປະໄຕ (RDG) ໃຫ້ຮູ້ວ່າ ກຸ່ມຂອງເຂົາເຈົ້າ ໄດ້ສະເໜີ NCPO ຢຸດຕິການເຄື່ອນໄຫວ ແລະ ຮັກສາພຽງບົດບາດຂອງລັດຖະບານຊົ່ວຄາວເພື່ອຊຸກຍູ້ການເລືອກຕັ້ງຄັ້ງໃໝ່. ຕາມທ່ານແລ້ວ, ປະຈຸບັນ, ປະຊາຊົນ ແລະ ພິເສດແມ່ນກຸ່ມຄົນຫວັງຢາກໃຫ້ການເລືອກຕັ້ງດຳເນີນໄປນັ້ນ ພວມຮຽກຮ້ອງໃຫ້ກອງທັບຈົ່ງຢຸດຕິການສະໜັບສະໜູນ NCPO, ຖອນອອກຈາກເວທີການເມືອງ ກໍຄືພົ້ນອອກຈາກໜ້າທີ່ບໍລິຫານປະເທດຊາດເພື່ອກັບຄືນສູ່ບົດບາດເປັນກາງຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ