ເກີດເຫດວາງລະເບີດຢູ່ສະຖານີລົດໄຟທີ່ໃຈກາງ ບຣຸກແຊນ ແມ່ນ “ເຫດບຸກໂຈມຕີກໍ່ການຮ້າຍ”

(VOVWORLD) - ຮຸ່ງເຊົ້າວັນທີ 21 ມິຖຸນາ ( ຕາມເວລາທ້ອງຖິ່ນ), ເຈົ້າໜ້າທີ່ ແບນຊິກ ໄດ້ຮັບຮູ້ຜູ້ຖືກລະແວງສົງໄສດຳເນີນການວາງລະເບີດຢູ່ສະຖານີລົດໄຟໃຕ້ດິນທີ່ນະຄອນຫຼວງ ບຣຸກແຊນ ໄດ້ເສຍຊີວິດແລ້ວ ແລະ ນີ້ໄດ້ຮັບຖືວ່າແມ່ນ “ການບຸກໂຈມຕີກໍ່ການຮ້າຍ”.
ເກີດເຫດວາງລະເບີດຢູ່ສະຖານີລົດໄຟທີ່ໃຈກາງ ບຣຸກແຊນ ແມ່ນ “ເຫດບຸກໂຈມຕີກໍ່ການຮ້າຍ” - ảnh 1 ຕຳຫຼວດຢູ່ສະຖານທີ່ເກີດເຫດ

ໂຄສົກຂອງຫ້ອງການໄອຍະການສະຫະລັດ ແບນຊິກ ທ່ານ Eric Van Der Sypt  ປະກາດວ່າ: ເຫດບຸກໂຈມຕີເກີດຂຶ້ນຢູ່ສະຖານີລົດໄຟທີ່ໃຈກາງໃນເວລາ 18 ໂມງ 30 ນາທີ GMT, ແຕ່ບໍ່ມີຄວາມບາດເຈັບລົ້ມຕາຍສຳລັບປະຊາຊົນ ກໍ່ຄືການທຳລາຍບໍ່ຫຼາຍປານໃດ.  ພາຍຫຼັງເຫດວາງລະເບີດໜຶ່ງຊົ່ວໂມງ, ສູນແກ້ໄຂວິກິດການສະຫະລັດ ໃຫ້ຮູ້ວ່າ ສະພາບການໄດ້ຖືກຄວບຄຸມແລ້ວ, ພ້ອມທັງຮັກສາລະດັບການເຕືອນໄພກໍ່ການຮ້າຍຂອງ ແບນຊິກ ຢູ່ລະດັບ 3, ລະດັບສູງທີສອງ. ເຈົ້າຄອງນະຄອນ Philippe Close ກໍ່ໃຫ້ຮູ້ວ່າ ປະຈຸບັນ, ສະພາບການຢູ່ເຂດໃຈກາງ ບຣຸກແຊນ ພວມສະຫງົບຢູ່. ທ່ານນາຍົກລັດຖະມົນຕີ ແບນຊິກ Charles Michel ໃຫ້ຮູ້ວ່າ ຈະເປັນປະທານກອງປະຊຸມຂອງສະພາປ້ອງກັນຄວາມສະຫງົບໃນຕອນເຊົ້າວັນທີ 21 ມິຖຸນາ.

ຕອບກັບ

ຂ່າວ/ບົດ​ອື່ນ