ໃນ 9 ເດືອນຕົ້ນປີ 2012, ວົງເງິນສົ່ງອອກເຄື່ອງຕຳ່ແຜ່ນຕັດຫຍິບຂອງ ຫວຽດນາມ ຄາດວ່າລື່ນກາຍ 10 ຕື້ USD
ພາບ: internet
|
(vovworld) - ຂະແຫນງຕຳ່ແຜ່ນຕັດຫຍິບ ຫວຽດນາມ ສາມາດບັນລຸຄາດໝາຍວົງເງິນສົ່ງອອກ 15 ຕື້ USD ໃນປີ 2012. ໃນ 9 ເດືອນຕົ້ນປີນີ້, ວົງເງິນສົ່ງອອກເຄື່ອງຕຳ່ແຜ່ນຕັດຫຍິບຂອງ ຫວຽດນາມ ຄາດວ່າລື່ນກາຍ 10 ຕື້ USD ເພີ່ມຂຶ້ນເກືອບ 7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະພາບການສົ່ງອອກເຄື່ອງຕຳ່ແຜ່ນຕັດຫຍິບໄປຍັງຕະຫລາດ ອາເມລິກາ - ຊື່ງແມ່ນຕະຫລາດໃຫຍ່ກວ່າໝູ່ສຳລັບຂະແຫນງຕຳ່ແຜ່ນຕັດຫຍິບ ຫວຽດນາມ ມີການຫັນປ່ຽນຢ່າງຕັ້ງຫນ້າ ດ້ວຍວົງເງິນສົ່ງອອກໃນເດືອນ 9 ເພີ່ມຂຶ້ນ 13% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຄຽງຄູ່ກັນນັ້ນ ຍີ່ປຸ່ນ ອາດຈະລື່ນກາຍ ອີຢູ ກາຍເປັນຕະຫລາດນຳເຂົ້າເຄື່ອງຕຳ່ແຜ່ນຕັດຫຍິບໃຫຍ່ອັນດັບ 2 ຂອງ ຫວຽດນາມ ໃນໄລຍະຈະມາເຖິງ ຖ້າຫາກສືບຕໍ່ຮັກສາລະດັບຈະເລີນເຕີບໂຕ 20% ຄືຊຸມເດືອນກ່ອນ. ນອກນັ້ນ ວົງເງິນສົ່ງອອກເຄື່ອງຕຳ່ແຜ່ນຕັດຫຍິບໄປຍັງຕະຫລາດຈຳນວນຫນຶ່ງຄື: ອັກຊັງຕີນ, ຈີເລ, ອັງໂກລາ, ປານາມາ ກໍບັນລຸລະດັບຈະເລີນເຕີບໂຕດີພໍສົມຄວນ. ປະຈຸບັນ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ພວມມານະພະຍາຍາມຜັນຂະຫຍາຍບັນດາໂຄງການສົ່ງເສີມການຄ້າແຫ່ງຊາດ ເພື່ອແກ້ໄຂສະພາບຄວາມຫຍຸ້ງຍາກໃນຊຸມເດືອນທ້າຍປີ.