ເຊີດ​ຊູ100ຜະລິດຕະພັນອຸດສາຫະກຳຊົນນະບົດດີເດັ່ນ


ເຊີດ​ຊູ100ຜະລິດຕະພັນອຸດສາຫະກຳຊົນນະບົດດີເດັ່ນ - ảnh 1
ພິ​ທ​ີເຊີດ​ຊູ 100 ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳ​ຊົນ​ນະ​ບົດ​ດີ​ເດັ່ນ
​ພາບ: internet
(vovworld)-  ​ຕອນ​ເຊົ້າ​ວັນ​ທີ 17/10 ຢູ່ ຮ່າ​ໂນ້ຍ, ກ​ະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ພິ​ທີ​ປະ​ກາດ ແລະ ເຊີດ​ຊູ 100 ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳ​ຊົນ​ນະ​ບົດ​ດີ​ເດັ່ນ​ປີ 2015. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ ເນັ້ນ​ຫນັກ​ວ່າ: ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ສຳ​ຄັນ ເພື່ອ​ຜັນ​ຂະ​ຫຍາຍ​ການ​ເຄື່ອນ​ໄຫວ​ຂອງ​ພັກ, ລັດ ກ່ຽວ​ກັບ​ການ​ສົ່ງ​ເສີມ, ລະ​ດົມ​ກຳ​ລັ​ງ​ໃຈ​ບັນ​ດາ​ອົງ​ການ, ສ່ວນ​ບຸກ​ຄົນ, ວິ​ສາ​ຫະ​ກິດ ຜ​ະ​ລິດ​ອອກ​ບັນ​ດາ​ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳ ຊົນ​ນະ​ບົດ​ດີ​ເດັ່ນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ຊາດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ ສະ​ເຫນີ​ວ່າ:

        “ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ, ບັນ​ດາ​ກະ​ຊວງ​ຂະ​ແຫນງ​ການ ແລະ ທ້ອງ​ຖິ່ນ ຄວນ​ມາ​ນະ​ພະ​ຍາ​ຍາມກວ່າ​ອີກ​ເພື່ອ​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຂອງ​ພັກ, ລັດ ກ່ຽວ​ກັບ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຊົນ​ນະ​ບົດ. ວິ​ສາ​ຫະ​ກິດ​ແຕ່​ລະ​ແຫ່ງຕ້ອງ​ເສີມ​ຂະ​ຫຍາຍ​ຈິດ​ໃຈ​ເປັນ​ເຈົ້າ​ການ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ຍູ້​ແຮງ​ການ​ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ກໍ່​ສ້າງ ແລະ ພັດ​ທະ​ນາ​ບັນ​ດາ​ຜະ​ລິດ​ຕະ​ພັນ​ເຄື່ອງ​ໝາຍ​ການ​ຄ້າ​ຫວຽດ​ນາມ​ທີ່ມີ​ມູນ​ຄ່າ​ເພີ່ມ​ສູງ.”


ຂ່າວ/ບົດ​ອື່ນ