ກອງທັບເຮືອ ເຂດ 5
(ພາບປະກອບ)
(vovworld) - ຕອນເຊົ້າວັນທີ 17/06, ຄະນະພັກກອງບັນຊາການກອງທັບເຮືອ ເຂດ 5 ໄດ້ຈັດຕັ້ງງານພົບປະ, ເຊີດຊູສ່ວນບຸກຄົນທີ່ດີເດັ່ນໃນຂະບວນການຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ. ຜ່ານໄລຍະ 2 ປີແຫ່ງການປະຕິບັດສຳສັ່ງ 03 ຂອງກົມການເມືອງ ກ່ຽວກັບການຍູ້ແຮງບັ້ນຂົນຂວາຍຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ, ຍາມໃດຄະນະພັກກອງທັບເຮືອ ເຂດ 5 ກໍ່ຍູ້ແຮງວຽກງານໂຄສະນາ, ສຶກສາພະນັກງານສະມາຊິກພັກຮໍ່າຮຽນ, ຍົກສູງສະຕິຮັບຮູ້ກ່ຽວກັບການຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ. ມີບັນດາຮູບແບບຮໍ່າຮຽນ, ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ ດີເດັ່ນຄື ການຄຸ້ມຄອງດ້ານການເງິນທີ່ດີ, ກໍ່ສ້າງຄ້າຍທະຫານຫຼວງຂຽວ, ສະອາດ, ສວຍງາມ, ປະກອບສ່ວນສ້າງກອງທັບເຮືອເຂດ 5 ໃຫ້ພັດທະນາ. ທີ່ກອງປະຊຸມ, ຄະນະພັກກອງທັບເຮືອ ເຂດ 5 ໄດ້ເຊີດຊູ ແລະ ຍ້ອງຍໍ 6 ໝູ່ຄະນະ, 7 ຄົນທີ່ບັນລຸໄດ້ຜົນງານດີເດັ່ນໃນຂະບວນການຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈິມິນ.