ເຊັນຂໍ້ກຳນົດສົມທົບກັນຮັບປະກັນຄວາມສະຫງົບບໍລິເວນຊາຍແດນເຂດໄຕງວຽນ

ເຊັນຂໍ້ກຳນົດສົມທົບກັນຮັບປະກັນຄວາມສະຫງົບບໍລິເວນຊາຍແດນເຂດໄຕງວຽນ - ảnh 1
ພິ​ທີ​ລົງ​ນາມ

(vovworld) - ຕອນ​ບ່າຍ​ວັນ​ທີ 25/1, ຢູ່​ແຂວງ ດັກ​ລັກ, ຄະ​ນະ​ຊີ້​ນຳ​ເຂດ ໄຕ​ງວຽນ ແລະ ກອງ​ບັນ​ຊາ​ການ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ໄດ້​ຈັດ​ຕັ້ງ​ພິ​ທີ​ລົງ​ນາມ​ໂຄງ​ການ​ສົມ​ທົບ “ເພີ່ມ​ທະ​ວີ​ການ​ຊີ້​ນຳ ແລະ ຜັນ​ຂະ​ຫຍາຍ​ການ​ເຄື່ອນ​ໄຫວ​ໃນ​ເສັ້ນ​ຊາຍ​ແດນ​ຢູ່​ບັນ​ດາ​ແຂວງ ​ເຂດໄຕ​ງວຽນ ແລະ ເຂດ​ອ້ອມ​ຂ້າງ” ໄລ​ຍະ 2015 – 2020. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ລົງ​ນາມ, ພົນ​ເອກ ເຈີ່ນ​ດ້າຍກວາງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຕຳຫຼວດ, ຊີ້​ແຈ້ງວ່າ:

        “ພິ​ທີ​ລົງ​ນາມ​​ຂໍ້​ກຳ​ນົດຄັ້ງ​ນີ້​ແມ່ນ​ຈຳ​ເປັນ​ທີ່​ສຸດ ແລະ ນີ້​ແມ່ນ​ພື້ນ​ຖານ​ເພື່ອ​ໃຫ້​ຄະ​ນະ​ຊີ້​ນຳ​ເຂດ ໄຕ​ງວຽນ ແລະ ກອງ​ບັນ​ຊາ​ການ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ຕົນ​ດີ​ກ່​ວາ​ອີກ. ຜ່ານນັ້ນ, ເພື່ອ​ແນ​ໃສ່​ຈຸດ​ປະ​ສົງ​ປັບ​ປຸງ, ​ວຽກ​ງານ​ການ​ປ​້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢູ່​ເຂດ ໄຕ​ງວຽນ, ​ໃຫ້​ໜັກ​ແໜ້ນກໍ່​ສ້າງ​ເສັ້ນ​ຊາຍ​ແດນ​ປອດ​ໄພ, ສັນ​ຕິ​ພາບ, ມິດ​ຕະ​ພາບ ແລະ ກໍ່​ແມ່ນ​ຮັບ​ໃຊ້​ໃຫ້​ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ເຂດ ໄຕ​ງວຽນ.”


ຂ່າວ/ບົດ​ອື່ນ