ທ່ານ Jalili ແລະ ທ່ານ Yukiya Amano ຜູ້ອຳນວຍການໃຫຍ່ IAEA ໃນການປະຊຸມຂ່າວເມື່ອວັນທີ 21/5 ຢູ່ ເຕເຮຣານ
|
(vovworld) - ທ່ານ Yukiya Amano ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ (IAEA) ປະກາດວ່າ ອົງການນີ້ຈະລົງນາມໃນຂໍ້ຕົກລົງ ກັບ ອີຣານ ໂດຍໄວ ເພື່ອຊອກຫາວິທີແກ້ໄຂບັນດາການໂຕ້ຖຽງທີ່ກ່ຽວຂ້ອງເຖິງໂຄງການນິວເຄຼຍຂອງ ເຕເຮຣານ. ຜູ້ອຳນວຍການໃຫຍ່ Amano ໃຫ້ຮູ້ວ່າ: ທ່ານເອງ ແລະ ທ່ານ Saeed Jalili ຫົວຫນ້າຄະນະເຈລະຈາ ນິວເຄຼຍ ເປັນເອກະພາບກັນ ຈະລົງນາມສັນຍາແມ່ໂດຍໄວ. ທ່ານ Amano ກໍໃຫ້ຮູ້ວ່າ: ສັນຍາແມ່ແມ່ນວິວັດການສຳຄັນໃນບັນຫານິວເຄຼຍຂອງ ອີຣານ. ສ່ວນ ທ່ານ Jalili ຖະແຫລງວ່າ ບັນດາຄວາມບໍ່ລົງລອຍກັນຈະບໍ່ແມ່ນການກີດຂວາງສຳລັບຂໍ້ຕົກລົງກ່ຽວກັບໂຄງການນິວເຄຼຍຂອງ ອີຣານ. ຫົວຫນ້າຄະນະເຈລະຈາ ອີຣານ ໃຫ້ຮູ້ວ່າ: ສອງຝ່າຍມີຄວາມເຂົ້າໃຈທັດສະນະຂອງກັນຢ່າງຈະແຈ້ງກວ່າ ແລະ ນັ້ນແມ່ນສາຍເຫດທີ່ພາໄປເຖິງການລົງນາມໃນຂໍ້ຕົກລົງສະບັບນີ້ລະຫວ່າງສອງຝ່າຍ.