ເຊື່ອມຕໍ່ການຮ່ວມມືຄົ້ນຄວ້ານະໂຍບາຍ ຫວຽດນາມ - ແດນມາກ
(VOVWORLD) - ຕອນບ່າຍວັນທີ 05 ມີນາ, ຢູ່ຮ່າໂນ້ຍ, ທ່ານຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງ ຫງວຽນຊັວນຖັງ, ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງກຳມາທິການນະໂຍບາຍພົວພັນຕ່າງປະເທດ, ສະພາແຫ່ງຊາດ ແດນມາກ ໂດຍທ່ານ Michael Aastrup Jensen, ປະທານກຳມາທິການເປັນຫົວໜ້າຄະນະ.
ທ່ານຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງ ຫງວຽນຊັວນຖັງ ແລະ ທ່ານ Michael Aastrup Jensen ປະທານກຳມາທິການນະໂຍບາຍພົວພັນຕ່າງປະເທດ, (ພາບ:TTXVN) |
ເມື່ອແຈ້ງໃຫ້ຄະນະຜູ້ແທນຮັບຊາບກ່ຽວກັບສະພາບການຢູ່ ຫວຽດນາມ, ທ່ານ ຫງວຽນຊວັນຖັງ ໃຫ້ຮູ້ວ່າ ກ້າວເຂົ້າສູ່ສັງກາດໃໝ່, ສັງກາດບຸກບືນຂອງຊາດ, ຫວຽດນາມ ພວມປະຕິບັດການປະຕິຮູບລະບອບລະບຽບການ, ລະບົບການເມືອງ, ກົງຈັກການຄຸ້ມຄອງແຫ່ງລັດທຸກຂັ້ນ; ພ້ອມດຽວກັນນັ້ນ, ກໍ່ຊຸກຍູ້ບັນດາກຳລັງເຕີບໂຕໃໝ່. ທ່ານ ຫງວຽນຊວັນຖັງ ສະເໜີໃຫ້ສືບຕໍ່ເຊື່ອມຕໍ່ລະຫວ່າງສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ກັບບັນດາອົງການຄົ້ນຄວ້ານະໂຍບາຍຢູ່ ແດນມາກ ເພື່ອມີບັນດາໂຄງການຄົ້ນຄວ້າລວມກ່ຽວກັບບັນດາຫົວຂໍ້ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເຊີນນັກຊ່ຽວຊານ ແດນມາກ ມາແບ່ງປັນກ່ຽວກັບເນື້ອໃນຫັນເປັນດີຈີຕອນ, ຫັນເປັນສີຂຽວ, ເສດຖະກິດໝູນວຽນ ຢູ່ສະຖາບັນ…
ສ່ວນທ່ານປະທານຄະນະກຳມາທິການນະໂຍບາຍພົວພັນຕ່າງປະເທດສະພາແຫ່ງຊາດ ແດນມາກ Michael Aastrup Jensen ຖືວ່າ, ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງປະເທດນັບມື້ນັບພັດທະນາໃນທຸກຂົງເຂດ. ທ່ານສະເໜີໃຫ້ສອງຝ່າຍເຮັດໃຫ້ບັນດາຂົງເຂດຮ່ວມມືລະຫວ່າງສອງຝ່າຍພັດທະນາຢ່າງເລິກເຊິ່ງຕາມທິດແທດຈິງ ແລະ ມີປະສິດທິຜົນກວ່າເກົ່າ, ສ້າງປະຖົມປັດໄຈໃຫ້ແກ່ການຍົກການພົວພົວພັນລະຫວ່າງສອງປະເທດຂຶ້ນລະດັບສູງກວ່າໃນໄລຍະຈະມາເຖິງ.