ເປີດກາລະໂອກາດຮ່ວມມືດ້ານກົດໝາຍ - ຍຸຕິທຳ ແລະ ການຮ່ວມມືດ້ານກິລາລະຫວ່າງ ຫວຽດນາມ - ອູຣູກວາຍ

(VOVWORLD) - 2 ຝ່າຍຫວັງວ່າ ດ້ວຍການເຮັດວຽກຄັ້ງທຳອິດຂອງການນຳຂະແໜງຍຸຕິທຳ 2 ປະເທດ, ການພົວພັນຮ່ວມມືລະຫວ່າງ 2 ຂະແໜງຍຸຕິທຳຈະເປີດກາລະໂອກາດແລກປ່ຽນ, ສ້າງຄວາມຕິດພັນກວ່າໃນໄລຍະຈະມາເຖິງ.
ເປີດກາລະໂອກາດຮ່ວມມືດ້ານກົດໝາຍ - ຍຸຕິທຳ ແລະ ການຮ່ວມມືດ້ານກິລາລະຫວ່າງ ຫວຽດນາມ - ອູຣູກວາຍ - ảnh 1ຜູ້ຕາງໜ້າກະຊວງຍຸຕິທຳ ຫວຽດນາມ ແລະ ຜູ້ຕາງໜ້າສານປະຊາຊົນສູງສຸດ ອູຣູກວາຍ
(ພາບ: nhandan.vn)

        ເນື່ອງໃນໂອກາດໄປພ້ອມກັບຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄປຢ້ຽມຢາມ ສ. ອູຣູກວາຍ ຢ່າງເປັນທາງການ. ວັນທີ 27 ເມສາ, ຢູ່ນະຄອນຫຼວງ Montevideo, ຜູ້ຕາງໜ້າກະຊວງຍຸຕິທຳ ຫວຽດນາມ ໄດ້ເຮັດວຽກກັບສານປະຊາຊົນສູງສຸດ ອູຣູກວາຍ.

        ທີ່ການເຮັດວຽກ, 2 ຝ່າຍຫວັງວ່າ ດ້ວຍການເຮັດວຽກຄັ້ງທຳອິດຂອງການນຳຂະແໜງຍຸຕິທຳ 2 ປະເທດ, ການພົວພັນຮ່ວມມືລະຫວ່າງ 2 ຂະແໜງຍຸຕິທຳຈະເປີດກາລະໂອກາດແລກປ່ຽນ, ສ້າງຄວາມຕິດພັນກວ່າໃນໄລຍະຈະມາເຖິງ. 2 ຝ່າຍໄດ້ເປັນເອກະພາບຕໍ່ບາງບັນຫາໃນໄລຍະຈະມາເຖິງ, ຄື: ແລກປ່ຽນບົດຮຽນກ່ຽວກັບການປະຕິຮູບຍຸຕິທຳ, ແລກປ່ຽນບົດຮຽນກ່ຽວກັບການບຳລຸງສ້າງພະນັກງານຍຸຕິທຳ, ແລກປ່ຽນບົດຮຽນໃນການແກ້ໄຂບັນດາບັນຫາຍຸຕິທຳໃນສະພາບການເຊື່ອມໂຍງເຂົ້າກັບສາກົນ…

        ໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນວັນຮຸ່ງ ໄດ້ເຮັດວຽກກັບທ່ານລັດຖະມົນຕີກະຊວງກິລາ ອູຣູກວາຍ Sebastian Bauza. ທ່ານລັດຖະມົນຕີ ຫງວຽນວັນຮຸ່ງ ສະເໜີໃຫ້ 2 ກະຊວງ ພ້ອມກັນສ້າງ ແລະ ລົງນາມແຜນການຮ່ວມມືລະອຽດກ່ຽວກັບກິລາ ບົນຈິດໃຈໜູນຊ່ວຍເຊິ່ງກັນແລະກັນ, ດ້ວຍຈຸດສຸມແມ່ນພັດທະນາກິລາບານເຕະ.

ຕອບກັບ

ຂ່າວ/ບົດ​ອື່ນ