ເພີ່ມທະວີການຮ່ວມມືທາງດ້ານກະສິກຳລະຫວ່າງຫວຽດນາມແລະອາເມລິກາ

ເພີ່ມທະວີການຮ່ວມມືທາງດ້ານກະສິກຳລະຫວ່າງຫວຽດນາມແລະອາເມລິກາ - ảnh 1
2 ຝ່າຍ​ໄດ້​ເຊັ​ນບົດ​ບັນ​ທຶກ​ຊ່ວຍ​ຈຳ​

(vovworld) - ຕອນ​ບ່າຍ​ວັນ​ທີ 29/1, ຢູ່​ຮ່າ​ໂນ້ຍ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຫວຽດ​ນາມ ກາວ​ດຶກ​ຟາດ ໃຫ້​ການ​ຕ້ອນ​ຮັບ​ທ່ານ Jason Foley, ຮອງ​ຜູ້​ອຳ​ນວຍ​ການ​ອົງ​ການ​ພັດ​ທະ​ນາ​ສາ​ກົນ ອາ​ເມ​ລິ​ກາ (USAID), ຮັບ​ຜິດ​ຊອບ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ. ທີ່​ການ​ຕ້ອນ​ຮັບ, 2 ຝ່າຍ​ໄດ້​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ ແລະ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະ​ສິ​ກຳ, ສ​ຸ​ມ​ໃສ່​ເຂົ້າ​ໃນ​ບັນ​ດາ​ຂົງ​ເຂດ​ເຊິ່ງ​ລວມ​ມີ: ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ, ໄຂ​້​ຫວັດ​ສັດ​ປີກ, ຫ​ລຸດ​ຜ່ອນ​ໄພ​ພິ​ບັດ​ທຳ​ມະ​ຊາດ, ຊີ​ວະ​ນາ​ໆພັນ, ເຕັກ​ໂນ​ໂລ​ຢີ​ຊີ​ວະ​ພາບ.

        ພາຍຫຼັງ​ການ​ຕ້ອນ​ຮັບ, 2 ຝ່າຍ​ໄດ້​ເຊັ​ນ “ບົດ​ບັນ​ທຶກ​ຊ່ວຍ​ຈຳ​ລະ​ຫວ່າງ​ອົງ​ການ​ພ​ັດ​ທະ​ນາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ແລະ ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ກ່ຽວ​ກັບ​ຄູ່​ຮ່ວມ​ມືກໍ່​ສ້າງ ແລະ ນຳ​ໃຊ້​ບັນ​ດາຫຼັກ​ການ​ລະ​ບົບບັນ​ຊາ​ເມື່ອ​ມີ​ເຫດ​ການ​ເກີດ​ຂຶ້ນ​ຢູ່ ຫວຽດ​ນາມ.”


ຂ່າວ/ບົດ​ອື່ນ