ເພີ່ມທະວີການເຂົ້າຮ່ວມຂອງບັນດາອົງການຈັດຕັ້ງສັງຄົມອາຊີບໃນວຽກງານຮັກສາສິ່ງແວດລ້ອມ

(VOVWORLD) - ວັນທີ 9 ສິງຫາ, ຢູ່ຮ່າໂນ້ຍໄດ້ດຳເນີນກອງປະຊຸມສຳມະນາ “ ເພີ່ມທະວີການເຂົ້າຮ່ວມຂອງບັນດາອົງການຈັດຕັ້ງສັງຄົມອາຊີບ ແລະ ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ ໃນວຽກງານຮັກສາສິ່ງແວດລ້ອມ”
ເພີ່ມທະວີການເຂົ້າຮ່ວມຂອງບັນດາອົງການຈັດຕັ້ງສັງຄົມອາຊີບໃນວຽກງານຮັກສາສິ່ງແວດລ້ອມ - ảnh 1 ກອງປະຊຸມສຳມະນາ “ ເພີ່ມທະວີການເຂົ້າຮ່ວມຂອງບັນດາອົງການຈັດຕັ້ງສັງຄົມອາຊີບ ແລະ ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ ໃນວຽກງານຮັກສາສິ່ງແວດລ້ອມ” (ພາບ: ອິນເຕີແນັດ)

ໂດຍກົມໃຫຍ່ສິ່ງແວດລ້ອມຈັດຕັ້ງ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຫົວໜ້າກົມໃຫຍ່ສິ່ງແວດລ້ອມ ຫງວຽນວັນຕ່າຍ ໃຫ້ຮູ້ວ່າ ບັນຫາຄວນເອົາໃຈໃສ່ ນັ້ນແມ່ນເຊື່ອມຕໍ່ລະຫວ່າງບັນດາອົງການຄຸ້ມຄອງຂອງລັດກັບທ້ອງຖິ່ນ, ກັບບັນດາອົງການຈັດຕັ້ງການເມືອງສັງຄົມ, ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ, ບັນດານັກວິທະຍາສາດ ເພື່ອພ້ອມກັນແກ້ໄຂບັນດາບັນຫາກ່ຽວກັບສິ່ງແວດລ້ອມ. ກົມໃຫຍ່ສິ່ງແວດລ້ອມ ພວມຜັນຂະຫຍາຍຕາມທິດສ້າງຕັ້ງໂທລະສັບສາຍດ່ວນຈາກຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ ເພື່ອຮັບເອົາຂໍ້ມູນ ແລະ ແກ້ໄຂບັນດາບັນຫາສິ່ງແວດລ້ອມຢ່າງທັນການ, ໂດຍມີການແນະນຳຈາກຂະແໜງຢູ່ທ້ອງຖິ່ນ. ກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເປັນເສນາທິການເພື່ອປັບປຸງກົດໝາຍ, ສ້າງສຳເລັດລະບອບລະບຽບການ, ມີວິທີການເພື່ອຕິດຕາມກວດກາ, ກວດກາການບໍລິຫານມະຫາພາກ ເພື່ອແນໃສ່ຈຳກັດ, ແກ້ໄຂບັນດາກໍລະນີກໍ່ມົນລະພິດຕໍ່ສິ່ງແວດລ້ອມໃຫ້ໄວກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ