(vovworld) - ເວທີປາໄສການເດີນທະເລອາຊຽນຄັ້ງທີ 3 (AMF 3) ໄດ້ໄຂຂຶ້ນໃນວັນທີ 3/10 ຢູ່ນະຄອນຫຼວງມານີລາ, ປະເທດຟີລິບປີນ ດ້ວຍການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ຂັ້ນສູງ ແລະ ວົງການຜູ້ຊ່ຽວຊານການເດີນທະເລ ທີ່ມາຈາກບັນດາປະເທດອາຊີຕາເວນອອກສ່ຽງໃຕ້. ໂຄງການດຳເນີນງານຂອງເວທີປາໄສໄດ້ສຸມໃສ່ເຂົ້າໃນມາດຕະການຊຸກຍູ້ການສຳພັນ ເພື່ອແນໃສ່ເພີ່ມທະວີຄວາມປອດໄພໃນການເດີນທະເລ ແລະ ຄວາມສະຫງົບປອດໄພໃນພາກພື້ນກວ່າອີກ. ທ່ານຮອງລັດຖະມົນຕີການຕ່າງປະເທດ ປະເທດເຈົ້າພາບ Erlinda Basilio ໃຫ້ຮູ້ວ່າ ດ້ວຍບົດບາດໜ້າທີ່ແມ່ນເວທີປາທຳອິດທີ່ປຶກສາຫາລືບັນດາບັນຫາການເດີນທະເລທີທີ່ກ້າວກ່າຍກັນ, AMF 3 ເພື່ອແນໃສ່ຈຸດໝາຍຊຸກຍູ້ການຮ່ວມມືໃນການເດີນທະເລໃນຂອບເຂດປະຊາຄົມຄວາມໝັ້ນຄົງດ້ານການເມືອງອາຊຽນ. ບັນດາວາລະປະຊຸມຈະສຸມໃສ່ປຶກສາຫາລືເລື່ອງຮັບປະກັນການເດີນທະເລຢ່າງເສລີ ແລະ ຕ້ານໂຈນສະລັດ, ຮັບປະກັນສິ່ງແວດລ້ອມທາງທະເລ, ຊຸກຍູ້ການທ່ອງທ່ຽວຊີວະພາບ ແລະ ບັນດາກົນໄກຫາປາຢູ່ເຂດອາຊີຕາເວັນອອກ. ຜູ້ຕາງໜ້າຂອງບັນດາຄູ່ຮ່ວມມືເຈລະຈາອາຊຽນ, ໃນນັ້ນມີ ຍີ່ປຸ່ນ, ຈີນ ແລະ ອາເມລິກາກໍຈະເຂົ້າຮ່ວມການປຶກສາຫາລືຕ່າງໆກ່ຽວກັບເວທີປາໄສການເດີນທະເລອາຊຽນເປີດກວ້າງຄັ້ງທີ 1 ໃນວັນທີ 5/10.