ເວທີປາໄສນັກປັນຍາຊົນຫວຽດນາມຢູ່ຕ່າງປະເທດກັບການພັດທະນາເສດຖະກິດແລະເຊື່ອມໂຍງ

ເວທີປາໄສນັກປັນຍາຊົນຫວຽດນາມຢູ່ຕ່າງປະເທດກັບການພັດທະນາເສດຖະກິດແລະເຊື່ອມໂຍງ - ảnh 1
ພາບ​ປະ​ກອບ


(vovworld) - ວັນ​ທີ 7/6, ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ, ຄະ​ນະ​ກຳ​ມະ​ການ​ແຫ່​ງ​ລັດ​ກ່ຽວ​ກັບ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈະ​ຈັດ​ຕັ້ງ “ເວ​ທີ​ປ​າ​ໄສ​ນັກ​ຊ່ຽວ​ຊານ, ນັກ​ປັນ​ຍາ​ຊົນ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ເຊື່ອມ​ໂຍງ​ຂອງ ຫວຽດ​ນາມ ໄລ​ຍະ 2016 - 2020” ດ້ວຍ​ຫົວ​ຂໍ້​ວ່າ “ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແ​ກ່ງ​ແຍ້ງ​ຂອງ ຫວຽດ​ນາມ ໃນ​ພື້ນ​ຖານ​ເສດ​ຖະ​ກິດ​ທົ່ວ​ໂລກ”. ເວ​ທ​ີ​ປ​າ​ໄສ​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ກ່​ວາ 100 ທ່ານ, ໃນ​ນັ້ນ​ມີ​ບັນ​ດາ​ນັກ​ຊ່ຽວ​ຊານ​ເສດ​ຖະ​ກິດ, ການ​ເງິນ, ກົດ​ໝາຍ, ບໍ​ລິ​ຫານ​ແຫ່ງ​ລັດ​ແມ່ນ​ຊາວ ຫວຽດ​ນາມ ພວມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ. ເວ​ທີ​ປາ​ໄສ​ຈັດ​ຕັ້ງ​ເພື່ອ​ແນ​ໃສ່​ລະ​ດົມ​ຄວາມ​ຮູ້​ຂອງ​ນັກ​ຊ່ຽວ​ຊານ​ຊາວ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ ແລະ ບົດ​ຮຽນ​ສາ​ກົນ​ກ່ຽວ​ກັບ​ການ​ກຳ​ນົ​ດ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ມະ​ຫາ​ພາກ, ຍຸດ​ທະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ຊ່ວຍ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແ​ກ່ງ​ແຍ້ງ ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ ຫວຽດ​ນາມ.

ຂ່າວ/ບົດ​ອື່ນ