ເວທີປາໄສນັກປັນຍາຊົນໜຸ່ມ ຫວຽດນາມ ທົ່ວໂລກຄັ້ງທີ 1 ຈັດຕັ້ງຢູ່ດ່ານັ້ງ

(VOVWORLD) - ເວທີປາໄສແນໃສ່ເສີມຂະຫຍາຍບົດບາດຂອງນັກປັນຍາຊົນໜຸ່ມໃນພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາ, ປົກປັກຮັກສາປະເທດຊາດ; ສ້າງກາລະໂອກາດເພື່ອໃຫ້ນັກປັນຍາຊົນໜຸ່ມທີ່ພວມດຳລົງຊີວິດຢູ່ຕ່າງປະເທດ...
ເວທີປາໄສນັກປັນຍາຊົນໜຸ່ມ ຫວຽດນາມ ທົ່ວໂລກຄັ້ງທີ 1 ຈັດຕັ້ງຢູ່ດ່ານັ້ງ - ảnh 1ພາບປະກອບ

ເວທີປາໄສນັກປັນຍາຊົນ ຫວຽດນາມ ທົ່ວໂລກຄັ້ງທີ 1 (The 1st Vietnamese Young Intellectual Forum – VYI Forum 2018) ຈະຈັດຕັ້ງຢູ່ນະຄອນ ດ່ານັ້ງ ແຕ່ວັນທີ 27 – 29 ພະຈິກ, ດ້ວຍການເຂົ້າຮ່ວມຂອງຜູ້ແທນເຊິ່ງແມ່ນນັກປັນຍາຊົນໜຸ່ມ ຫວຽດນາມ ແລະ ຕ່າງປະເທດ 200 ຄົນ. ເວທີປາໄສແນໃສ່ເສີມຂະຫຍາຍບົດບາດຂອງນັກປັນຍາຊົນໜຸ່ມໃນພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາ, ປົກປັກຮັກສາປະເທດຊາດ; ສ້າງກາລະໂອກາດເພື່ອໃຫ້ນັກປັນຍາຊົນໜຸ່ມທີ່ພວມດຳລົງຊີວິດຢູ່ຕ່າງປະເທດ ແລະ ບັນດາປັນຍາຊົນຢູ່ພາຍໃນປະເທດໃນການປຶກສາຫາລືກ່ຽວກັບວິໄສທັດ, ພາລະກິດ, ບົດບາດ, ຄວາມສາມາດປະກອບສ່ວນຂອງຖັນແຖວນັກປັນຍາຊົນໜຸ່ມຊາວ ຫວຽດນາມ ໃນພາລະກິດສ້າງສາ, ພັດທະນາປະເທດຊາດ; ປະກອບສ່ວນຊຸກຍູ້ວິວັດການເຊື່ອມໂຍງເສດຖະກິດຢ່າງເລິກເຊິ່ງ ກ້ວາງຂວາງຂອງ ຫວຽດນາມ ໃນພາກພື້ນ ແລະ ໃນທົ່ວໂລກ.

        ດ້ວຍຫົວຂໍ້ວ່າ “ເສີມຂະຫຍາຍກຳລັງແຮງຂອງນັກປັນຍາຊົນໜຸ່ມ ຫວຽດນາມ ໃນສັງກາດ 4.0”, ເວທີປາໄສນັກປັນຍາຊົນໜຸ່ມ ຫວຽດນາມ ທົ່ວໂລກ ຄັ້ງທີ 1 ໄດ້ສຸມໃສ່ເຂົ້າໃນ 3 ຫົວຂໍ້ຕົ້ນຕໍແມ່ນ: ຊຸກຍູ້ STEM ເພື່ອສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງໃນການພັດທະນາອຸດສາຫະກຳ 4.0; ໝູນໃຊ້ເຕັກໂນໂລຊີ 4.0 ໃນການປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ຊຸກຍູ້ການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງໃນການຜະລິດ, ດຳເນີນທຸລະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ