ເວທີປາໄສຜັນຂະຫຍາຍບັນດາຄາດໝາຍພັດທະນາຊົນເຜົ່າສ່ວນໜ້ອຍ

ເວທີປາໄສຜັນຂະຫຍາຍບັນດາຄາດໝາຍພັດທະນາຊົນເຜົ່າສ່ວນໜ້ອຍ - ảnh 1
(ເວທີປາໄສຜັນຂະຫຍາຍບັນດາຄາດໝາຍພັດທະນາຊົນເຜົ່າສ່ວນໜ້ອຍ)

(vovworld) - ຕອນ​ເຊົ້າ​ວັນ​ທ​ີ 09/12, ຢູ່​ຮ່າ​ໂນ້ຍ, ສະ​ພາ​ຊົນ​ເຜົ່າ​ຂອງ​ສະ​ພາ​ແຫ່ງ​ຊາດ ໄດ້​ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ, ອົງ​ການ​ພັດ​ທະ​ນ​າ​ສະ​ຫະ​ປະ​ຊາ​ຊາດ ແລະ ສະ​ຖານ​ທູດ​ອຽກ​ລັງ ປະ​ຈ​ຳ​ຫວຽດ​ນາມ ​ຈັດ​ຕັ້​ງ​ເວ​ທີ​ປາ​ໄສ​ພັດ​ທະ​ນາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ດ້ວຍ​ຫົວ​ຂໍ້​ວ່າ: ຜັນ​ຂະ​ຫຍາຍ​ບັນ​ດາ​ຄາດ​ໝາຍ​ພັດ​ທະ​ນາ​ຊົນ​ເຜົ່າ​ສ່ວນ​ໜ້ອ​ຍ​ໃນ​ບັນ​ດາ​ແຜນ​ການ​ພັ​ດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໄລ​ຍະ 2016 – 2020. ຢູ່​ທີ່​ນີ້, ບັນ​ດາ​ຜູ້​ແທນ​ຖື​ວ່າ: ໃນ​ໄລ​ຍະ​ຜ່ານ​ມາ, ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາ​ມ​ທຸກ​ຍາກຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ຫວຽດ​ນາມ ບັນ​ລຸ​ໄດ້​ຜົນ​ງານ​ສຳ​ຄັນ​ຫຼາຍ​ຢ່າງ, ຊີ​ວິດ​ທາງ​ດ້າ​ນວ​ັດ​ຖຸ​ ແລະ ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​​ໄດ້​ຍົກ​ສ​ູງ​ຂຶ້ນ​ເທື່ອ​ລະ​ກ້າວ… ແຕ່​ວ່າ, ອັດ​ຕາ​ຄອບ​ຄົວ​ທຸກ​ຍາກ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຍັງ​ສູງ​ຢູ່, ຄຸນ​ນະ​ພາບ​ການ​ບໍ​ລິ​ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ, ​ການກໍ່​ສ້າງວິ​ຊາ​ຊ​ີບຍັງ​ຖືກ​ຈຳ​ກັດ​ຢູ່. ທ່ານ ແຢງ​ອຸດ, ​ຮອງ​ປະ​ທານ​ສະ​ພາ​ຊົນ​ເຜົ່າ​ຂອງ​ສະ​ພາ​ແຫ່ງ​ຊາດ​ໃຫ້​ຮູ້​ວ່າ.

      “ພວກ​ເຮົາ​ຕ້ອງ​ກຳ​ນົດ​ບັນ​ດາ​ໜ້າ​ທີ່​ໃນ​ຕໍ່​ໜ້າ​ທີ່​ຕ້ອງ​ເຮັດ​ໂດຍ​ທັນ​ທີ, ນັ້ນ​ແມ່ນ​ຈັດ​ບັນ​ດາ​ຄາດ​ໝາຍ​ພັດ​ທະ​ນາ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​ເຂ​ົ້າ​ໃນ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໄລ​ຍະ 5 ປີ​ຂອງ​ຊາດ; ແຜນ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ທ້ອງ​ຖິ່ນ. ເພື່ອ​ປະ​ຕິ​ບັດ​ສິ່ງ​ດັ່ງ​ກ່າວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຕ້ອງ​ຫັນ​ເປັນ​ລະ​ອຽດ​ບັນ​ດາ​ຄາດ​ໝາຍ​ດ້ວຍ​ແຜນ​ການ​ພັດ​ທະ​ນາ. ນອກນັ້ນ, ເລື່ອງ​ສ້າງ ແລະ ຜັນ​ຂະ​ຫຍາຍ​ແຜນ​ຕິດ​ຕາມກວດ​ກາ​ການ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​ພັດ​ທະ​ນາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ກໍ​​ມີ​ບົດ​ບາດ​ສຳ​ຄັນ​ອີກ”.

ຂ່າວ/ບົດ​ອື່ນ