ເສດຖະກິດຫວຽດນາມມີກຳລັງດຶງດູດສຳລັບວິສາຫະກິດຝລັ່ງ

ເສດຖະກິດຫວຽດນາມມີກຳລັງດຶງດູດສຳລັບວິສາຫະກິດຝລັ່ງ - ảnh 1
ທ່ານ​ນາງ ຫງວຽນ​ກີ​ນ​ແອງ, ທີ່​ປຶກ​ສາ​ດ້າ​ນ​ການ​ຄ້າ
​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ຝ​ລັ່ງ
(ພາບ: Vietnam+)


(vovworld) - ດ້ວຍ​ບັນ​ດາ​ຕົວ​ເລກ​ດັດ​ຊະ​ນີ​ເສດ​ຖະ​ກິດ​ມາ​ຫາ​ພາກ​ທີ່​ໜ້າ​ປະ​ທັບ​ໃຈທີ່​ສຸດ​ໃນ​ຊຸມ​ປີມໍ່ໆ​ມານີ້, ພິ​ເສດ​ແມ່ນ​ລະ​ດັບ​ເຕີບ​ໂຕ​ບັນ​ລຸ 6,68% ໃນ​ປີ 2015, ໄພ​ເງິ​ນ​ເຟີ້​​ເປັນ​ປົກ​ກະ​ຕິ​ຢູ່​ໃນ​ລະ​ດັບ 0,6%, ວົງ​ເງິນ​ສົ່ງ​ອອກ​ເພີ່ມ​ຂຶ້ນ 8,1%, ຄ​ວາມ​ຂະ​ຫຍັນ​ຂັນ​ເຄື່ອນ​ຂອງ​ເສດ​ຖະ​ກິດ​ຫວຽດ​ນາມ ພວມ​ສ້າງ​​ກຳ​ລັງ​ດຶງ​ດູດ​ສຳ​ລັບ​ວິ​ສາ​ຫະ​ກິດ​ຝ​ລັ່ງ. ນີ້​ແມ່ນ​ຂໍ້​ສັງ​ເກດ​ຂອງ​ທ່ານ​ນາງ ຫງວຽນ​ກີ​ນ​ແອງ, ທີ່​ປຶກ​ສາ​ດ້າ​ນ​ການ​ຄ້າ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ຝ​ລັ່ງ, ​ກ່າຍ​ທີ່​ຈ​ະ​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ “ຫວຽດ​ນາມ, ມັງ​ກອນ​​ໂຕ​ໜຶ່ງຢູ່​ອາ​ຊີໃໝ່” ເຊິ່ງ​ຈະ​ດຳ​ເນີນ​ໃນ​ວັນ​ທີ 25/03 ຢູ່​ຝ​ລັ່ງ. ຕາມ​ທ່ານ​ນາງ ຫງວຽນກີ​ນ​ແອງ ແລ້ວ, ຝ​ລັ່ງ ແມ່ນ​ຄູ່​ຮ່ວມ​ມື​ສຳ​​ຄັນ​ຂອງ​ຫວຽດ​ນາມ ໃນ​ຫຼາຍ​ຂົງ​ເຂດ​ທີ່​ສຸດ​ຄື: ​ຜະ​ລິດ​ຕະ​ພັນການ​ຢາ, ເຄື່ອງ​ອຸ​ປະ​ກອນ​ຄົມ​ມະ​ນາ​ຄົມ, ເຄື່ອງ​ສຳ​ອ​າງ, ​ຜະ​ລິດ​ຕະ​ພັ​ນກະ​ເສດ…ປີ 2015, ກ​ານ​ສົ່ງ​ອອກ​ຂອງ​ຝ​ລັ່ງ ເຂົ້າຫວຽດ​ນາມ​ເພີ​່​ມ​ຂຶ້ນ 72,5% ເມື່ອ​ທຽບ​ໃສ່​ປີ 2014. ໃນ​ຂະ​ນະ​ນັ້ນ, ​ການ​​ສົ່ງຂອງ​ຫວຽດ​ນ​າມ ໄປ​ຍັງ​ຝ​ລັ່ງ ກໍ​ເພີ່ມ​ຂຶ້​ນ 34,2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2014. ບັນ​ດາ​ບໍ​ລິ​ສັດ​ຂອງ​ຝ​ລັ່ງ ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ, ພື້​ນ​ຖາມ​ໂຄງ​ລ່າງ ແລະ ພະ​ລັງ​ງານ. ສ່ວນ​ຝ່າຍ​ຫວຽດ​ນາມ, ບັນ​ດາ​ວິ​ສາ​ຫະ​ກິ​ດ​ມີ​ກາ​ລະ​ໂອ​ກາດ​ຫຼາຍ​ຢ່າງ​ເພື່ອ​ສົ່ງ​ອອກ​ສິນ​ຄ້າ​ກະ​ເສດ​ໄປ​ຍັງ​ຝ​ລັ່ງ, ພິ​ເສດ​ແມ່ນ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຄື: ເຂົ້າ​ສານ, ຊາ ແລະ ກາ​ເ​ຟ.
ຂ່າວ/ບົດ​ອື່ນ