ສະຖານທີ່ເກີດເຫດບຸກໂຈມຕີ
ພາບ: Reuters
|
(vovworld)- ກະຊວງພາຍໃນ ຊາອຸດີ ອາຣັບບີ ໃຫ້ຮູ້ວ່າ ມີຢ່າງຫນ້ອຍສຸດ 3 ຄົນຖືກເສຍຊີວິດ ແລະ ອີກ 7 ຄົນຖືກບາດເຈັບໃນເຫດບຸກໂຈມຕີສະຫລະຊີບໃນວັນທີ 29/1 ແນໃສ່ໂບດອິດສະລາມກິກາຍ ຊີອາ ຢູ່ ພາກຕາເວັນອອກ ຊາອຸດີ ອາຣັບບີ. ຜູ້ບຸກໂຈມຕີ 2 ຄົນໄດ້ຊອກວິທີເຂົ້າໂບດ Imam Rida ຢູ່ ນະຄອນ Al Ahsa ໃນພິທີສວດມົນໃນທ້າຍສັບປະດາ ແຕ່ກຳລັງປ້ອງກັນຄວາມສະຫງົບບໍ່ໃຫ້ເຂົ້າ. ຜູ້ຫນຶ່ງໃນຜູ້ບຸກໂຕມຕີສອງຄົນດັ່ງກ່າວໄດ້ໃຫ້ລະເບີກແຕກຢູ່ປະຕູເຂົ້າໂບດ, ສ່ວນອີກຜູ້ຫນຶ່ງຖືກບາດເຈັບ ແລະ ຖືກຈັບຕົວໃນເວລາຍິງປືນໃສ່ກັນກັບກຳລັງປ້ອງກັນຄວາມສະຫງົບ.