ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງ ແລະ ທ່ານ
ນາຍົກລັດຖະມົນຕີ ອິນເດຍNarendra Modi
ພາບ:vov
|
(vovworld)- ວັນທີ 29/10, ເມື່ອຕອບສຳພາດຕໍ່ນັກຂ່າວເນື່ອງໃນເຫດການທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ສິ້ນສຸດການຢ້ຽມຢາມ ອິນເດຍ, ທ່ານ ຟ້າມກວາງວີງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ການຢ້ຽມຢາມ ອິນເດຍ ຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ຫວຽດນາມ ແລະ ອິນເດຍ ຢືນຢັນ: ຖືການພົວພັນເປັນສຳຄັນ ແລະ ເປັນເອກະພາບສູງ ຕໍ່ເລື່ອງສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ພັດທະນາການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດໃນທຸກຂົງເຂດໃຫ້ເລິກເຊິ່ງກວ່າ.ສອງຝ່າຍເຫັນດີເພີ່ມທະວີບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ. ສອງຝ່າຍເຫັນດີ ຖືການເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ ແມ່ນຈຸດໝາຍຍຸດທະສາດຂອງການພົວພັນສອງຝ່າຍ, ສູ້ຊົນບັນລຸວົງເງິນການຄ້າ 15 ຕື້ USD ໃນປີ 2020. ທ່ານນາຍົກລັດຖະມົນຕີ Modi ຖະແຫລງວ່າ: ອິນເດຍ ພ້ອມແລ້ວ ທີ່ຈະໃຫ້ຫວຽດນາມ ກູ້ຢືມບ້ວງສິນເຊື່ອ 300 ລ້ານ USD ເພື່ອນຳເຂົ້າວັດຖຸດິບໃຫ້ແກ່ຂະແຫນງເສດຖະກິດຈຳນວນຫນຶ່ງ. ກ່ຽວກັບດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບ: ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການຮ່ວມມືກ່ຽວກັບການປ້ອງກັນຊາດປ້ອງກັນຄວາມສະຫງົບ ບົນພື້ນຖານບັນດາກົນໄກ ແລະຂໍ້ຕົກລົງຮ່ວມມືທີ່ມີຢູ່ແລ້ວ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ການເຈລະຈານະໂຍບາຍປ້ອງກັນຊາດປ້ອງກັນຄວາມສະຫງົບ.
ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍເຫັນດີເນັ້ນຫນັກເຖິງຄວາມສຳຄັນຂອງການຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ ແລະ ການບິນ ຢູ່ທະເລຕາເວັນອອກ, ແກ້ໄຂບັນດາຄວາມຂັດແຍ້ງໂດຍສັນຕິວິທີ.