(vovworld) - ຕາມບັນດາບໍລິສັດທ່ອງທ່ຽວສາກົນຢູ່ນະຄອນໂຮ່ຈິມິນ ແລ້ວ, ໃນຊຸມມື້ຕົ້ນປີໃໝ່, ຈຳນວນແຂກທ່ອງທ່ຽວມາຢ້ຽມຢາມຫວຽດນາມ ໄດ້ເພີ່ມຂຶ້ນຫຼາຍກວ່າການຄາດຄະເນ. ໃນວັນທີ 31/01 (ກົງກັນວັນທີ 01 ບຸນເຕັດ)ໄດ້ມີແຂກທ່ອງທ່ຽວສາກົນນັບໝຶ່ນໆເທື່ອຄົນໄດ້ມາຫວຽດນາມ, ໃນນັ້ນມີແຂກທ່ອງທ່ຽວມາຈາກບັນດາປະເທດໃໝ່ ຫຼາຍຄົນ. ຕາມຕົວເລກສະຖິຕິຈາກກົມໃຫຍ່ທ່ອງທ່ຽວຫວຽດນາມ ແລ້ວ, ແຂກມາຈາກປະເທດຕ່າງໆໃນເດືອນ 01/2014 ລ້ວນແຕ່ເພີ່ມຂຶ້ນ. ໃນນັ້ນແຂກທ່ອງທ່ຽວມາຈາກລັດເຊີຍ ແມ່ນຫຼາຍທີ່ສຸດ, ຖັດມາແມ່ນຮົ່ງກົງ (ປະເທດຈີນ), ເຢຍລະມັນ, ຝີລິບປີນ.
ຢູ່ແຂວງ ບ່າເຮື້ຍ - ວູງເຕົ່າ, ໃນຊຸມວັນບຸນປີໃໝ່ຜ່ານມາບັນດາ resort, ໂຮງແຮມ ໃນນະຄອນວູງເຕົ່າ ລ້ວນແຕ່ເຕັມໝົດ.
ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ເທື່ອທຽນເຫ໋ວ ໃຫ້ຮູ້ວ່າ, ໃນລະຫວ່າງວັນທີ 28/01 – 04/02 ໄດ້ມີແຂກທ່ອງທ່ຽວກວ່າ 60.000 ເທື່ອຄົນມາຢ້ຽມຢາມເຫ໋ວ, ເພີ່ມຂຶ້ນ 20% ເມື່ອທຽບໃສ່ບຸນປີໃໝ່ປີ 2013. ໃນນັ້ນແຂກທ່ອງທ່ຽວສາກົນກວ່າ 40.000 ເທື່ອຄົນ, ສ່ວນຫຼາຍແມ່ນມາຈາກບັນດາປະເທດຄື ສ.ເກົາຫຼີ, ອາເມລິກາ, ຝລັ່ງ, ເຢຍລະມັນ...