ແລກປ່ຽນກາລະໂອກາດຮ່ວມມືດ້ານການຄ້າລະຫວ່າງ ຫວຽດນາມ - ອີຣານ

(VOVWORLD) - ວັນທີ 17 ເມສາ, ທີ່ຮ່າໂນ້ຍ, ບັນດາວິສາຫະກິດຫວຽດນາມ ແລະ ອີຣານໄດ້ມີໂອກາດພົບປະ, ປຶກສາຫາລືກ່ຽວກັບ ການຮ່ວມມືດ້ານການຄ້າຂອງສອງປະເທດຢູ່ເວທີປາໄສວິສາຫະກິດຫວຽດນາມ - ອີຣານ.

ແລກປ່ຽນກາລະໂອກາດຮ່ວມມືດ້ານການຄ້າລະຫວ່າງ ຫວຽດນາມ - ອີຣານ - ảnh 1 ບັນຍາກາດຂອງການສົນທະນາລະຫວ່າງວິສາຫະກິດຫວຽດນາມ - ອີຣານ

(ພາບ: Van Diep - TTXVN)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ຄະນະຜູ້ແທນຂັ້ນສູງສະພາແຫ່ງສາທາລະນະລັດອິດສະລາມອີຣານ ໂດຍທ່ານ Ali Ardeshir Larijani ປະທານສະພາແຫ່ງຊາດອີຣານນຳໜ້າ, ມາຢ້ຽມຢາມຫວຽດນາມຢ່າງເປັນທາງການ ໃນລະຫວ່າງວັນທີ 15 – 18 ເມສາ. ໃນຂອບເຂດການມາຢ້ຽມຢາມຄັ້ງນີ້, ວັນທີ 17 ເມສາ, ທີ່ຮ່າໂນ້ຍ, ບັນດາວິສາຫະກິດຫວຽດນາມ ແລະ ອີຣານໄດ້ມີໂອກາດພົບປະ, ປຶກສາຫາລືກ່ຽວກັບ ການຮ່ວມມືດ້ານການຄ້າຂອງສອງປະເທດຢູ່ເວທີປາໄສວິສາຫະກິດຫວຽດນາມ - ອີຣານ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານປະທານສະພາແຫ່ງສາດສາທາລະນະລັດອິດສະລາມອີຣານ Ali Ardeshir Larijani ຖືວ່າ ການພົວພັນດ້ານການຄ້າຂອງສອງປະເທດຄວນໄດ້ເພີ່ມທະວີຫຼາຍກວ່າອີກ ເພື່ອຕອບສະໜອງຄວາມປາດຖະໜາຂອງທັງສອງຝ່າຍ, ໃນນັ້ນຄວນເອົາໃຈໃສ່ເປັນພິເສດເຖິງການພົບປະແລກປ່ຽນຄະນະຜູ້ແທນ. ທ່ານປະທານສະພາແຫ່ງຊາດອີຣານ ກໍໄດ້ເຕື້ອງເຖິງບາງຂົງເຂດທີ່ປະຊາຄົມວິສາຫະກິດສອງປະເທດມີໂອກາດຮ່ວມມືກັນ ເປັນຕົ້ນແມ່ນ ພະລັງງານອາຍແກັດ ແລະ ບັນດາຜະລິດຕະພັນກັ່ນຕອງນ້ຳມັນ; ຮ່ວມມືທ່າກຳປັ່ນ; ເຕັກໂນໂລຢີຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ, ການທ່ອງທ່ຽວ ແລະ ອື່ນໆ.

        ທີ່ເວທີປາໄສ, ບັນດາສະມາຊິກສະພາແຫ່ງຊາດອີຣານກໍໄດ້ແບ່ງປັນບາງຂໍ້ມູນຂ່າວສານໃນຂົງເຂດດຶງດູດນັກລົງທຶນການຄ້າອີຣານ ພ້ອມກັບຂໍ້ມູນຕ່າງໆກ່ຽວກັບລັກສະນະພົ້ນເດັ່ນຂອງຕະຫຼາດອີຣານ ແລະ ວິສາຫະກິດແຖວໜ້າຂອງອີຣານ.


ຕອບກັບ

ຂ່າວ/ບົດ​ອື່ນ