(vovworld) - ຕອນເຊົ້າວັນທີ 20/3, ກອງປະຊຸມສະພາລັດຖະມົນຕີ ສຶກສາບັນດາປະເທດ ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 47(SEAMEC) ຖືກໄຂຂຶ້ນຢູ່ ຮ່າໂນ້ຍ ໂດຍມີການເຂົ້າຮ່ວມຂອງຜູ້ແທນກວ່າ 200 ທ່ານທີ່ມາຈາກບັນດາປະເທດໃນພາກພື້ນ ອາຊຽນ ແລະ ສາກົນ. ກອງປະຊຸມຄັ້ງນີ້ ສຸມໃສ່ກວດຄືນການເຄື່ອນໄຫວ, ໂຄງການຂອງ SEAMEC ຄັ້ງທີ 46 ໃນ 2 ປີຜ່ານມາ ແລະ ສະເຫນີບັນດາການເຄື່ອນໄຫວໃນໄລຍະຈະມາເຖິງ.
ກອງປະຊຸມສະພາລັດຖະມົນຕີ ສຶກສາບັນດາປະເທດ ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 47(SEAMEC)
ພາບ:internet
|
ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ໄດ້ຢືນຢັນວ່າ: ດ້ວຍບັນດາຂໍ້ລິເລິ່ມ ແລະ ມາດຕະການປະສານສົມທົບກັນເຄ່ືອນໄຫວຢ່າງມີປະສິດທິຜົນ, ອົງການລັດຖະມົນຕີສຶກສາບັນດາປະເທດ ອາຊີຕາເວັນອອກສຽງໃຕ້ (SEAMEO) ພວມນັບມື້ນັບເສີມຂະຫຍາຍບົດບາດອັນຕັ້ງຫນ້າສຳລັບການພັດທະນາແຫລ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ບັນດາປະເທດ ອາຊີຕາເວັນອອກສຽງໃຕ້ ແລະ ປະກອບສ່ວນຊຸກຍູ້ການພົບປະແລກປ່ຽນ, ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງບັນດາປະເທດສະມາຊິກ SEAMEO ກັບບັນດາອົງການ ຈັດຕັ້ງ ແລະ ປະເທດຕ່າງໆໃນໂລກ. ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນຫນັກວ່າ:
“ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ທີ່ກອງປະຊຸມຄັ້ງນີ້ ບັນດາປະເທດສະມາຊິກ ອາຊຽນ ຈະສຸມໃສ່ປຶກສາຫາລືເພື່ອຮັບຮອງເອົາລັດຖະນະໂຍບາຍ ແລະ ມາດຕະການລະອຽດ ເພື່ອປະຕິບັດຍຸດທະສາດພັດທະນາໄລຍະ 10 ປີ 2011 - 2020 ຂອງ SEAMEO ເຊິ່ງໄດ້ຮັບການຮັບຮອງເອົາທີ່ກອງປະຊຸມ SEAMEC ຄັ້ງທີ 46. ພ້ອມກັນນັ້ນ ບັນດາຜູ້ແທນຈະປຶກສາຫາລື, ແລກປ່ຽນບົດຮຽນ, ແບ່ງປັນແນວຄວາມຄິດໃຫມ່ ແລະ ຍົກອອກບັນດາມາດຕະການ, ວິທີການຮ່ວມມືຢ່າງມີປະສິດທິຜົນ. ໃນຖານະເປັນປະທານ SEAMEO 2013, ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບບັນດາປະເທດສະມາຊິກ ສຳເລັດບັນດາໂຄງການ, ເນື້ອໃນການຮ່ວມມືທີ່ໄດ້ເປັນເອກະພາບກັນເພື່ອການພັດທະນາ ແລະ ວັດທະນາຖາວອນຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຂອງພາກພື້ນ ອາຊີຕາເວັນອອກສຽງໃຕ້ ແລະ ໃນໂລກ.”