ໄຂກອງປະຊຸມໃຫຍ່ອົງຄະນະພັກນະຄອນ ເກີນເທີ
(ພາບ: baocantho)
|
(vovworld)- ດ້ວຍຫົວຂໍ້ “ສາມັກຄີ- ປະດິດຄິດສ້າງ-ກົດລະບຽບຂໍ້ບັງຄັບ- ການພັດທະນາ” , ກອງປະຊຸມໃຫຍ່ອົງຄະນະພັກນະຄອນ ເກີນເທີ ຄັ້ງທີ 13 ອາຍຸການ 2015-2020 ໄດ້ຖືກໄຂຂຶ້ນໃນຕອນເຊົ້າວັນທີ 24/9. ກ່າວຄຳເຫັນທີ່ພິທີໄຂ, ທ່ານເລຮົ່ງແອງ ຜູ້ປະຈຳການຄະນະເລຂາສູນກາງພັກ ໄດ້ຕີລາຄາສູງຜົນງານເສດຖະກິດສັງຄົມຂອງນະຄອນ ເກີນເທີ ທີ່ບັນລຸໄດ້ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງເຂດ ແລະ ປະເທດຊາດ. ທ່ານເລຮົ່ງແອງ ຜູ້ປະຈຳການຄະນະເລຂາສູນກາງພັກ ກ່າວວ່າ :
“ນະຄອນ ເກີນເທີຕ້ອງສູ້ຊົນກາຍເປັນທ້ອງຖິ່ນນຳໜ້າໃນພາລະກິດຫັນເປັນອຸດສາຫະກຳ ແລະ ທັນສະໄໝເພື່ອກາຍເປັນນະຄອນອຸດສາຫະກຳກ່ອນປີ 2020, ເປັນນະຄອນສວມບົດບາດຊຸກຍູ້ການພັດທະນາທົ່ວເຂດ. ເພື່ອບັນລຸເປົ້າໝາຍນັ້ນ, ນະຄອນ ເກີນເທີຄວນມີກົນໄກດຶງດູດການລົງທຶນ, ດຶງດູດແຫຼ່ງກຳລັງ ແລະ ບັນດາພາກສ່ວນເສດຖະກິດ. ພ້ອມກັນນັ້ນ, ກໍເອົາໃຈໃສ່ພັດທະນາລະບົບການບໍລິການໂຄງລ່າງເສດຖະກິດ ”
ແລະ ກໍໃນວັນດຽວກັນ, ກ່າວຄຳເຫັນທີ່ພິທີໄຂກອງປະຊຸມໃຫຍ່ອົງຄະນະພັກແຂວງໆບັກນິງຄັ້ງທີ 19 ອາຍຸການ 2015-2020, ທ່ານ ໂຕຮີເຣື້ອ ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ໄດ້ສະເໜີ້ແຂວງບັກນິງ ຄວນປະຕິບັດການເຕີບໂຕເສດຖະກິດຕິດພັນກັບການພັດທະນາບັນດາຂົງເຂດວັດທະນະທຳ-ສັງຄົມຢ່າງຮອບດ້ານ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ. ພ້ອມກັນນັ້ນ ກໍແກ້ໄຂວຽກເຮັດງານທຳ, ປະຕິບັດນະໂຍບາຍໜູນຊ່ວຍສັງຄົມ, ວຽກງານຫຼຸດຜ່ອນຄວາມທຸກຍາກ ແລະ ປົວແປງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນຢ່າງບໍ່ຢຸດຢັ້ງ.