ໄຂງານວາງສະແດງ ເຕັກໂນໂລຊີຕໍ່ກຳປັ່ນ, ການເດີນທະເລ ແລະ ຂົນສົ່ງສາກົນຄັ້ງທີ 7 (Vietship2014)
ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍເຂົ້າຮ່ວມງານວາງສະແດງ
ພາບ:internet
|
(vovworld) - ງານວາງສະແດງດັ່ງກ່າວໂດຍກະຊວງຄົມມະນາຄົມຂົນສົ່ງຫວຽດນາມຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 26/2 ຢູ່ ຮ່າໂນ້ຍ. ເຂົ້າຮ່ວມງານຕະຫລາດນັດມີຮ້ານວາງສະແດງຂອງບັນດາບໍລິສັດ, ກຸ່ມບໍລິສັດພາຍໃນ ແລະ ຕ່າງປະເທດກວ່າ 200 ຮ້ານ, ໃນນັ້ນກວ່າເຄິ່ງຫນຶ່ງແມ່ນບັນດາບໍລິສັດ, ກຸ່ມບໍລິສັດສາກົນມາຈາກບັນດາປະເທດທີ່ມີພື້ນຖານອຸດສາຫະກຳກຳປັ່ນພັດທະນາທີ່ສຸດຂອງໂລກຄື: ຍີ່ປຸ່ນ, ສເກົາຫລີ, ຈີນ, ໂຮນລັງ, ນອກແວ, ສິງກະໂປ. ກ່າວຄຳເຫັນນະພິທີ, ທ່ານ ດີງລາທັງ, ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ຫວຽດນາມ ເວົ້າວ່າ:
“ພວກຂ້າພະເຈົ້າຫວັງວ່າ, ຜ່ານງານວາງສະແດງ VietShip 2014, ບັນດາວິສາຫະກິດ, ຄູ່ຮ່ວມມື, ລູກຄ້າ ຈະສືບຕໍ່ຊອກໄດ້ບັນດາກາລະໂອກາດລົງທຶນໃຫມ່. ພິເສດ ແມ່ນກາລະໂອກາດລົງທຶນຢູ່ຕະຫລາດຫວຽດນາມກໍຄື ຫວຽດນາມ ຈະຊອກໄດ້ບັນດາລູກຄ້າ, ຄູ່ຮ່ວມມືຍຸດທະສາດ ແລະ ລົງນາມໃນບັນດາສັນຍາເສດຖະກິດສະບັບໃຫມ່ໄດ້. ຜ່ານນັ້ນ ສອງຝ່າຍຈະສ້າງເງື່ອນໄຂ, ຫນູນຊ່ວຍເຊິ່ງກັນ ແລະກັນ ພ້ອມກັນພັດທະນາ.”