(vovworld) - ໄຂງານວາງສະແດງ “ຜະລິດຕະພັນທີ່ມີຫົວຄິດປະດິດສ້າງຂອງຊູແອດ”, ໂດຍສະຖານທູດ ຊູແອດ ແລະ ຄະນະກຳມະການປະຊາຊົນນະຄອນສົມທົບກັນຈັດຕັ້ງຢູ່ນະຄອນ ໂຮ່ຈີມິນ, ໃນຕອນເຊົ້າວັນທີ 10/11, ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ປະຊາຊົນ ຫວຽດນາມ ແລະ ຊູແອດ. ງານວາງສະແດງນີ້ໄດ້ນຳມາວາງສະແດງບັນດາຜະລິດຕະພັນໃຫມ່ສຸດໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ໂທລະຄົມ, ວິທະນາສາດ, ເຕັກໂນໂລຢີສະອາດ ແລະ ລາຍການຫຼິ້ນເກັມ ໂດຍບໍລິສັດຫາກໍ່ໄດ້ສ້າງຕັ້ງຢູ່ ຊູແອດ 20 ແຫ່ງຜະລິດຂຶ້ນ. ໃນຂອບເຂດລາຍການນີ້, ມີຫຼາຍເຫດການຈະໄດ້ຮັບການຈັດຕັ້ງໃນຕະຫຼອດ 3 ອາທິດແຕ່ນີ້ຮອດວັນທີ 30/11, ເຊິ່ງລວມມີກອງປະຊຸມສຳມະນາກ່ຽວກັບຄົມມະນາຄົມໝັ້ນຄົງ, ການສື່ສານມີຫົວຄິດປະດິດສ້າງ, ຫລຸດຜ່ອນໄພພິບັດທຳມະຊາດ, ການສຶກສາ… ນອກຈາກນັ້ນຍັງມີການເຄື່ອນໄຫວວັດທະນະທຳຄື ງານມະໂຫລານສາຍຟິມຮູບເງົາຂອງ ຊູແອດ, ການແຂ່ງຂັນຫຼິ້ນເກັມ ແລະ ງານມະໂຫລານດົນຕີ ເອີລົບ.