ໄທອາໄລຫາບັນດາຜູ້ປະສົບເຄາະຮ້າຍຈາກເຫດຄື້ນຟອງຍັກເມື່ອປີ 2004

(VOVWORLD) -ວັນທີ 26 ທັນວາ, ປະເທດ ໄທ ໄດ້ຈັດພິທີອາໄລຫາບັນດາຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວ - ຄື້ນຟອງຍັກ ເມື່ອປີ 2004 ຢູ່ສວນສາທາລະນະອາໄລຫາຢູ່ແຂວງພັງງາ

ໄທອາໄລຫາບັນດາຜູ້ປະສົບເຄາະຮ້າຍຈາກເຫດຄື້ນຟອງຍັກເມື່ອປີ 2004 - ảnh 1 ເຫດຄື້ນຟອງຍັກເມື່ອປີ 2004

(ພາບ: Reuters)

ເຊິ່ງແມ່ນບ່ອຍທີ່ຖືກເສຍຫາຍຢ່າງໜັກໜ່ວງທີ່ສຸດຢູ່ໄທ ຍ້ອນໄພພິບັດທຳມະຊາດ ເຊິ່ງໄດ້ຮັບຖືວ່າແມ່ນຮ້າຍແຮງທີ່ສຸດໃນປະຫວັດສາດຂອງໂລກ. ທີ່ພິທີອາໄລຫາທ່ານຮອງລັດຖະມົນຕີກະຊວງພາຍໃນໄທ ໃຫ້ຮູ້ວ່າ, ລັດຖະບານໄທ ຢາກຍົກສູງມາດຕະການກ່ຽວກັບຄວາມປອດໄພ ກໍຄືສະຕິຄວາມຮັບຮູ້ໃນທຸກຂົງເຂດ ກ່ຽວກັບວຽກງານກະກຽມ ແລະ ປົກປ້ອງປະຊາຊົນຕໍ່ໜ້າບັນດາໄພພິບັດ. ທ່ານກໍ່ໃຫ້ຮູ້ວ່າ, ວັນທີ 26 ທັນວາ ໃນແຕ່ລະປີໄດ້ຄັດເລືອກເປັນວັນປ້ອງກັນຕ້ານໄພທຳມະຊາດແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ