ໄອຍະການປະຊາຊົນສູງສຸດຫວຽດນາມ-ລາວເພີ່ມທະວີການຮ່ວມມື
(vovworld)- ວັນທີ 3/3 ຢູ່ ນະຄອນຫລວງ ວຽງຈັນ, ໄດ້ດຳເນີນການເຈລະຈາລະຫວ່າງຄະນະຜູ້ແທນຂັ້ນສູງ ໄອຍະການປະຊາຊົນສູງສຸດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງໄອຍະການປະຊາຊົນສູງສຸດ ລາວ. ສອງຝ່າຍ ໄດ້ແລກປ່ຽນກ່ຽວກັບການຫນູນຊ່ວຍຂອງໄອຍະການປະຊາຊົນສູງສຸດ ຫວຽດນາມ ທີ່ມີຕໍ່ໄອຍະການປະຊາຊົນສູງສຸດ ລາວ ໃນການກະກຽມຈັດຕັ້ງກອງປະຊຸມ ອາຊຽນ - ຈີນ ຄັ້ງທີ 10 ຢູ່ ລາວ. ໃນໂອກາດນີ້, ຄະນະຜູ້ແທນຫວຽດນາມ ກໍແນະນຳບັນດາຈຸດໃຫມ່ຂອງກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນຫວຽດນາມ ປີ 2014. ໃນວັນດຽວກັນ, ສອງຄະນະຜູ້ແທນໄດ້ເຂົ້າຮ່ວມ ກອງປະຊຸມສຳມະນາ “ຜົນສຳເລັດ ແລະ ບົດຮຽນ ເປັນເຈົ້າພາບຈັດຕັ້ງກອງປະຊຸມຫົວຫນ້າໄອຍະການບັນດາປະເທດ ອາຊຽນ - ຈີນ ຄັ້ງທີ 6 ຢູ່ ຮ່າໂນ້ຍ ຂອງໄອຍະການປະຊາຊົນສູງສຸດ ຫວຽດນາມ. ນະທີ່ນີ້ ຝ່າຍຫວຽດນາມ ໄດ້ແບ່ງປັນກັບບັນດາຄູ່ຮ່ວມງານລາວ ກ່ຽວກັບບົດຮຽນຈັດຕັ້ງກອງປະຊຸມຄັ້ງທີ 6 ຢູ່ ຫວຽດນາມ.