(VOVWORLD) - ການວາງແຜນຜັງພັດທະນານະຄອນ ໂຮ່ຈິມິນ ໄລຍະ 2021-2030, ວິໄສທັດຮອດປີ 2050 ໂດຍທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຫາກໍເຊັນປະກາດໃຊ້, ສ້າງຂີດໝາຍບາດກ້າວສຳຄັນໃນການສ້າງອະນາຄົດຂອງ ນະຄອນ ໂຮ່ຈິມິນ. ດ້ວຍເປົ້າໝາຍບໍ່ພຽງແຕ່ພັດທະນາແບບຍືນຍົງເທົ່ານັ້ນ ຫາກຍັງສ້າງຕົວເມືອງອັດສະລິຍະ, ຂະຫຍັນຂັນເຄື່ອນ ແລະ ເປັນຫນ້າດຳລົງຊີວິດອີກດ້ວຍ, ການວາງແຜນຜັງ ແມ່ນໄດ້ຕອບສະຫນອງຄວາມຮຽກຮ້ອງຕ້ອງການການພັດທະນາໃນໄລຍະບຸກທະລຸ, ຫັນປ່ຽນຕົນຂອງປະເທດຊາດປະຈຸບັນ.
ນາຍົກລັດຖະມົນຕີອະນຸມັດແຜນຜັງນະຄອນໂຮ່ຈິມິນແມ່ນຕົວເມືອງທົ່ວໂລກ, ສິວິໄລ. (ພາບ:VOV) |
ການວາງແຜນຜັງພັດທະນານະຄອນ ໂຮ່ຈິມິນ ໄລຍະ 2021-2030, ວິໄສທັດຮອດປີ 2050 ໂດຍທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຫາກໍເຊັນປະກາດໃຊ້, ສ້າງຂີດໝາຍບາດກ້າວສຳຄັນໃນການສ້າງອະນາຄົດຂອງ ນະຄອນ ໂຮ່ຈິມິນ. ດ້ວຍເປົ້າໝາຍບໍ່ພຽງແຕ່ພັດທະນາແບບຍືນຍົງເທົ່ານັ້ນ ຫາກຍັງສ້າງຕົວເມືອງອັດສະລິຍະ, ຂະຫຍັນຂັນເຄື່ອນ ແລະ ເປັນຫນ້າດຳລົງຊີວິດອີກດ້ວຍ, ການວາງແຜນຜັງ ແມ່ນໄດ້ຕອບສະຫນອງຄວາມຮຽກຮ້ອງຕ້ອງການການພັດທະນາໃນໄລຍະບຸກທະລຸ, ຫັນປ່ຽນຕົນຂອງປະເທດຊາດປະຈຸບັນ.
ນະຄອນ ມີແຫລ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ການບໍລິການ -ອຸດສາຫະກຳທັນສະໄຫມ, ນຳຫນ້າດ້ານເສດຖະກິດສີຂຽວ, ເສດຖະກິດດິຈິຕອນ, ສັງຄົມດິຈິຕອນ, ສູນກາງເສດຖະກິດ, ການເງິນ, ການຄ້າ ການບໍລິການ, ວັດທະນະທຳ ການສຶກສາ, ວິທະຍາສາດເຕັກໂນໂລຊີຂອງທັງປະເທດ. ນັ້ນແມ່ນເປົ້າໝາຍສັງລວມຂອງການວາງແຜນຜັງ, ຄຽງຂ້າງນັ້ນ ການວາງແຜນຜັງກໍ່ກຳນົດວ່າ ນະຄອນ ໂຮ່ຈິມິນ ແມ່ນນະຄອນເຊື່ອມໂຍງເຂົ້າກັບສາກົນ, ມີຖານະບົດບາດພົ້ນເດັ່ນໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ພ້ອມກັນນັ້ນ ກໍ່ແມ່ນບ່ອນທີ່ມີຄຸນນະພາບການດຳລົງຊີວິດມີຄຸນນະພາບສູງ, ມີຫລາກຫລາຍສີສັນ, ສິ່ງແວດລ້ອມຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ທ່ານເລຂາຄະນະພັກ ນະຄອນ ໂຮ່ຈິມິນ ຫງວຽນວັນເນນ ຢືນຢັນວ່າ: ນີ້ແມ່ນຊ່ວງເວລາສຳຄັນເພື່ອໃຫ້ນະຄອນຫັນປ່ຽນຕົນ, ແກ້ໄຂຂໍ້ຕິດຄັດ, ຄວາມຫຍຸ້ງຍາກເພື່ອເສີມຂະຫຍາຍແຫລ່ງກຳລັງທີ່ດິນ, ການກໍ່ສ້າງພື້ນຖານໂຄງລ່າງ, ສ້າງກຳລັງຫນູນໃຫມ່ເພື່ອໃຫ້ນະຄອນບຸກທະລຸໃນໄລຍະຈະມາເຖິງ ແລະ ນະຄອນຕັດສິນໃຈເພື່ອຜັນຂະຫຍາຍໃຫ້ສຳເລັດຜົນ.
ຕາມທ່ານ ປອ ເຈີນຢູລິກ, ປະທານ ສະພາໃຫ້ຄຳປຶກສາການຜັນຂະຫຍາຍປະຕິບັດມະຕິຂອງສະພາແຫ່ງຊາດກ່ຽວກັບການທົດລອງບາງກົນໄກ, ນະໂຍບາຍພິເສດພັດທະນານະຄອນ ໂຮ່ຈິມິນ, ການວາງແຜນຜັງ ຄືດັ່ງລັດຖະດຳລັດຢັ້ງຢືນທິດພັດທະນານະຄອນ ເມື່ອເຕົ້າໂຮມທຸກຂະແຫນງການ, ຂົງເຂດຕ່າງໆ, ກຳນົດພື້ນທີ່ພັດທະນາ, ບັນດາໂຄງການຈຸດສຸມ:
“ຜ່ານບັນດາຕົວເລກຂອງການວາງແຜນຜັງນັ້ນ, ພວກເຮົາ ສາມາດວາດພາບໄດ້ນະຄອນໃນອະນາຄົດ, ກຽມພ້ອມພັດທະນາ. ພິເສດ ນີ້ແມ່ນພື້ນຖານດ້ານນິຕິກຳເພື່ອຜັນຂະຫຍາຍການວາງແຜນຜັງບັນດາເຂດພາລະບົດບາດ, ການວາງແຜນຜັງບັນດາຂະແຫນງການ ແລະ ບັນດາໂຄງການຮຽກຮ້ອງການລົງທຶນ. ແລະ ຜ່ານການວາງແຜນຜັງ, ກໍ່ຈະເຮັດແຈ້ງຄວາມຕ້ອງການແຫລ່ງການເງິນ, ຊັບພະຍາກອນມະນຸດຄືແນວໃດເພື່ອລະດົມ”.
ທ່ານ ຫງວຽນວັນເນນ ເລຂາຄະນະພັກນະຄອນ ໂຮ່ຈິມິນ ກ່າວຄຳເຫັນທີ່ພິທີປະກາດການວາງແຜນຜັງ. (ພາບ: VOV) |
ການວາງແຜນກຳນົດທິດພັດທະນາຂອງບັນດາໂຄງການໃຫຍ່ຢູ່ນະຄອນຄື: ແຫລມ ບິ່ງກວັຍ - ແທງດາ, Safari ກູ໊ຈີ... ນີ້ແມ່ນບັນດາໂຄງການນອນໃນບັນຊີລາຍຊື່ ຕ້ອງລົງທຶນ ແຕ່ນີ້ຮອດທ້າຍປີ 2030. ຄຽງຂ້າງນັ້ນ ເພື່ອຂຸດຄົ້ນທ່າແຮງຈາກທະເລ, ການວາງແຜນຜັງ ໄດ້ກຳນົດສອງໂຄງການບຸກທະລຸ ນັ້ນແມ່ນ ທ່າກຳປັ່ນຂົນສົ່ງສາກົນ ເກີນເຢີ່ ແລະ ຕົວເມືອງແຄມທະເລ ເກີນເຢີ່. ເຂດການຄ້າເສລີໃນຂອບຂະຫນາດນັບພັນເຮັກຕາ, ຕິດພັນກັບທ່າກຳປັ່ນທະເລນະຄອນ ກໍ່ຈະແມ່ນໂຄງການທີ່ນຳມາເຊິ່ງບັນດາຜົນປະໂຫຍດດ້ານເສດຖະກິດທະເລໃຫຍ່ສຸດໃນອະນາຄົດ.
ຈຸດໃຫມ່ທີ່ສຳຄັນໃນການວາງແຜນຜັງ ນັ້ນແມ່ນການພັດທະນາຕົວເມືອງອັດສະລິຍະ, ການນຳໃຊ້ເຕັກໂນໂລຊີດິຈິຕອນ ເພື່ອຄຸ້ມຄອງ, ບໍລິຫານບັນດາຂົງເຂດຄື: ຄົມມະນາຄົມຂົນສົ່ງ, ພື້ນຖານໂຄງລ່າງ, ສາທາລະນະສຸກ ແລະ ການສຶກສາຢ່າງມີປະສິດທິຜົນ. ທ່ານ ຟານກົງບັ່ງ, ຫົວຫນ້າຄະນະຄຸ້ມຄອງເສັ້ນທາງລົດໄຟຕົວເມືອງ ນະຄອນ ໂຮ່ຈິມິນ ໃຫ້ຮູ້ວ່າ: ເລື່ອງປະກາດໃຊ້ການວາງແຜນຜັງ ໄດ້ສ້າງພື້ນຖານດ້ານນິຕິກຳເພື່ອຜັນຂະຫຍາຍບັນດາໂຄງການ.
“ໃນແຜນຜັງສະບັບນີ້ກໍ່ໄດ້ກຳນົດບັນດາໂຄງການ, ເສັ້ນທາງລົດໄຟຢ່າງລະອຽດໃນແຕ່ລະໄລຍະ. ນີ້ແມ່ນພື້ນຖານດ້ານນິຕິກຳມີຄວາມໝາຍສຳຄັນທີ່ສຸດເພື່ອໃຫ້ພວກເຮົາສາມາດຜັນຂະຫຍາຍບັນດາໂຄງການເສັ້ນທາງລົດໄຟ. ກ່ອນອື່ນໝົດ, ພວກເຮົາຈະອັບເດດເພື່ອນຳເຂົ້າໃນໂຄງການເສັ້ນທາງລົດໄຟຕົວເມືອງແລ້ວຍື່ນສະເຫນີສະພາແຫ່ງຊາດໃຫ້ໄວທີ່ສຸດເພື່ອຮັບຮອງເອົາແຜນຮ່າງ ແລະ ປະຕິບັດຂັ້ນຕອນຕໍ່ໄປ”.
ການວາງແຜນຜັງນະຄອນ ໂຮ່ຈິມິນ ໄລຍະ 2021-2023, ວິໄສທັດຮອດປີ 2050 ສະແດງໃຫ້ເຫັນຈິນຕະນາການປ່ຽນແປງໃຫມ່, ວິໄສທັດ ແລະ ຄວາມຕັດສິນໃຈຢ່າງໃຫຍ່ຫລວງ ເພື່ອແນໃສ່ເປີດກາລະໂອກາດດຶງດູດແຫລ່ງກຳລັງ, ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ, ປະກອບສ່ວນພັດທະນາເສດຖະກິດຮອບດ້ານໃຫ້ນະຄອນ.