ບັນດາການເຄື່ອນໄຫວດ້ານເສດຖະກິດນັບມື້ນັບນຳມາເຊິ່ງແຫລ່ງລາຍຮັບນັບຮ້ອຍໆດົງ/ປີ, ຊ່ວຍຄອບຄົວລຸງ ຕ້ອນຮັບບຸນເຕັດຢ່າງອົບອຸ່ນສົມບູນ.
“ສວນເຄືອຍ່ານາງຂອງພວກຂ້າພະເຈົ້າປູກມາໄດ້ 9 ປີແລ້ວ. ນີ້ແມ່ນສວນໃບຍ່ານາງໃຫຍ່ສຸດຢູ່ທາງທິດຕາເວັນຕົກພາກໃຕ້. ຂ້າພະເຈົ້າກໍ່ສົມທົບການຂາຍເບ້ຍ ແລະ ແນະນຳໃຫ້ປະຊາຊົນຢູ່ແຫ່ງອື່ນປູກ, ລວມຍອດເນື້ອທ່ີ 2-3 ເຮັກຕາ. ຫລັງຈາກນັ້ນ ຂ້າພະເຈົ້າ ເກັບໃບຍ່ານາງໄປຂາຍຢູ່ໃນນະຄອນ”.
ຊຸມມື້ໃກ້ບຸນເຕັດ, ເຮືອນສວນ ດອນ ຕາມຫຽບ ມີຄວາມປິຕິຊົມຊື່ນ ເພາະລາຄາໝາກລຳໄຍ ຊ່ວງເກີມວ່າງ ຂາຍໄດ້ລາຄາ ຊ່ວຍໃຫ້ບັນດາຄອບຄົວມີແຫລ່ງລາຍຮັບດີສົມຄວນ. ຄຽງຄູ່ກັນນັ້ນ ເມື່ອບຸນເຕັດວຽນມາ, ພໍ່ແມ່ປະຊາຊົນ ຕາແສງ ຕາມຫຽບ ກໍ່ຜະລິດອອກຫລາຍຜະລິດຕະພັນພິເສດອື່ນອີກຂອງທ້ອງຖິ່ນ, ຊື່ງໄດ້ຮັບຄວາມນິຍົມຈາກຕະຫລາດ. ທ່ານ ເລກວັກຢູ໋ງ, ຫົວຫນ້າສະຫະກອນ ກະສິກຳ ຕາມຫຽບ ໃຫ້ຮູ້ວ່າ:
“ໃນໂອກາດບຸນເຕັດວຽນມາ, ສະຫະກອນກະສິກຳ ຕາມຫຽບ ໄດ້ນຳເອົາບາງຜະລິດຕະພັນ,ໃນນັ້ນ ມີກວັນໝາກແປ້ນ, ນ້ຳເຜິ້ງ ແລະ ບາງຜະລິດຕະພັນອື່ນຄື: ໝາກລຳໄຍ ຊ່ວງເກີມວ່າງ, ໝາກພ້າວຂຽວ ສົ່ງໃຫ້ບັນດາຄູ່ຮ່ວມມື. ຊີວິດການເປັນຢູ່ຂອງບັນດາສະມາຊິກໃນສະຫະກອນດີສົມຄວນ. ບັນດາຄອບຄົວໄດ້ຕ້ອນຮັບບຸນເຕັດຢ່າງເບິກບານມ່ວນຊື່ນ, ອົມອຸ່ນສົມບູນ”.
ເພື່ອຊ່ວຍໃຫ້ປະຊາຊົນ ຕາແສງ ເກາະ ຕ້ອນຮັບລະດູບານໃຫມ່, ບຸນເຕັດຢ່າງອົບອຸ່ນ, ອຳນາດການປົກຄອງທ້ອງຖິ່ນ ກໍ່ໄດ້ຂົນຂວາຍບັນດາວິສາຫະກິດ, ຜູ້ໃຈບຸນໃຈກຸສົນປະກອບແຫລ່ງເງິນເພື່ອມອບຂອງຂວັນບຸນເຕັດໃຫ້ທັງໝົດຄອບຄົວໃນເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ໃກ້ຂັ້ນທຸກຍາກຢູ່ ບໍລິເວນ ແຕ່ 3-4 ພູດ/ຄອບຄົວ, ລວມມູນຄ່າ ແຕ່ 12-20 USD. ສະນັ້ນ ບັນຍາກາດຕ້ອນຮັບບຸນເຕັດຢູ່ ຕາແສງ ເກາະ ຍາມໃດກໍ່ມີຄວາມເບີກບານມ່ວນຊື່ນອົບອຸ່ນ. ທ່ານ ງວຽນຫຶວເທາະ, ປະທານ ຄະນະກຳມະການປະຊາຊົນ ຕາແສງ ຕາມຫຽບ ແບ່ງປັນວ່າ:
“ອຳນາດການປົກຄອງທ້ອງຖິ່ນ ໄດ້ຂົນຂວາຍບັນດານັກອຸປະຖຳ ຫນູນຊ່ວຍຂອງຂວັນໃຫ້ແກ່ບັນດາຄອບຄົວໃນເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ໃກ້ຂັ້ນທຸກຍາກ. ຕາແສງ ຈັດຕັ້ງບັນດາການເຄື່ອນໄຫວສະແດງສິລະປະຢູ່ບໍລິເວນຕາແສງ, ຢູ່ບັນດາໂຮງຮຽນເພື່ອຕ້ອນຮັບບຸນເຕັດ, ບຸນປີໃຫມ່”.
ລຸງ ຫງວຽນວັນເຈິນ, ຊາວກະສິກອນຜະລິດເກັ່ງ. (ພາບ:Nhật Trường/VOV) |
ໂດຍແມ່ນຕາແສງ ເກາະ ຕັ້ງຢູ່ກາງແມ່ນ້ຳຕ໋ຽນ, ມີທິວທັດທຳມະຊາດສວຍງາມ ພ້ອມກັບໝາກໄມ້ພິເສດຫລາຍຊະນິດ, ໃນຊຸມປີມໍ່ໆມານີ້ ຕາແສງເກາະ ຕາມຫຽບ ໄດ້ພັດທະນາຮູບແບບທ່ອງທ່ຽວຊີວະພາບຢ່າງແຮງ, ການບໍລິການພັກເຊົາແບບ homestay ໄດ້ດຶງດູດນັກທ່ອງທ່ຽວຕ່າງປະເທດມາທ່ຽວຊົມ, ພັກຜ່ອນບຳລຸງສຸຂະພາບເປັນຈຳນວນຫລາຍ.
“ຂ້າພະເຈົ້າມີຄວາມປິຕິຊົມຊື່ນຫລາຍເມື່ອໄດ້ກັບຄືນມາຢາມ ຕາແສງເກາະ ຕາມຫຽບ. ບັນດາເສັ້ນທາງຢູ່ທີ່ນີ້ປອດໂປ່ງເຢັນສະບາຍ, ສວຍງາມ, ເໝາະສົມກັບນັກທ່ອງທ່ຽວ. ຢູ່ທີ່ນີ້ ບັນຍາກາດສະຫງົບງຽບ ບໍ່ອຶກກະທຶກຄືຢູ່ບ່ອນອື່ນ ແລະ ຊ່ວຍໃຫ້ນັກທ່ອງທ່ຽວຮູ້ສຶກໄດ້ເຖິງທິວທັດທຳມະຊາດ, ຊີວິດການເປັນຢູ່ອັນສະຫງົບສຸກຂອງເຂດບ້ານນາ ຫວຽດນາມ”.
ເພື່ອຍົກສູງຄຸນນະພາບຊີວິດຂອງປະຊາຊົນ, ຍູ້ແຮງບັນດາການເຄື່ອນໄຫວຜະລິດກະສິກຳ ແລະ ທ່ອງທ່ຽວຊີວະພາບ, ໄລຍະມໍ່ໆມານີ້ ຕາແສງ ຕາມຫຽບ ໄດ້ຮັບການລົງທຶນຫລາຍຢ່າງກ່ຽວກັບພື້ນຖານໂຄງລ່າງ, ເປັນຕົ້ນແມ່ນເສັ້ນທາງຄົມມະນາຄົມຊົນນະບົດ, ນຳ້ສະອາດ, ຄັນຄູ... ຍ້ອນເຫດນັ້ນ ລະດູບານໃຫມ່ປີນີ້ ຢູ່ຕາແສງເກາະ ກໍ່ມີບັນຍາກາດມ່ວນຊື່ນກວ່າ.