(VOVWORLD) - ເຊີນລາ ແມ່ນ ນະຄອນທີ 5 ຂອງ ຫວຽດນາມ ໂດຍໄດ້ນຳເຂົ້າບັນຊີລາຍຊື່ເຄືອຂ່າຍ “ນະຄອນ ຮ່ຳຮຽນທົ່ວໂລກ” ຂອງອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສະຫະປະຊາຊາດ (UNESCO). ນີ້ແມ່ນ ນະຄອນຢູ່ເຂດພູດອຍທີ່ປະສົບກັບຄວາມຫຍຸ້ງຍາກຂອງທົ່ວປະເທດໂດຍ UNESCO ຮັບຮອງນາມມະຍົດນີ້ໃນປີກາຍ.
ເຮືອນພູມປັນຍາ, ຫໍສະມຸດເມດຕາປານີ ໄດ້ສ້າງຕັ້ງຢູ່ແຕ່ລະບ້ານຂອງ ນະຄອນ ເຊີນລາ. (ພາບ: VOV) |
“ປະກອບສ່ວນປຶ້ມຫົວຫນຶ່ງເພື່ອໄດ້ອ່ານຫລາຍຫົວ”, ຈິດໃຈນັ້ນໄດ້ແຜ່ລາມໃນວົງຄະນາຍາດ ແລະ ປະກອບສ່ວນກໍ່ສ້າງເຮືອນແຫ່ງພູມປັນຍາ ແລະ ຫໍສະມຸດເມດຕາປານີ 130 ຫຼັງໃນທົ່ວນະຄອນ ເຊີນລາ. ນີ້ແມ່ນຫນຶ່ງໃນບັນດາຈຸດເດັ່ນຂອງ ເຊີນລາ ໃນວິວັດການສ້າງນະຄອນຮ່ຳຮຽນ, ສັງຄົມຮ່ຳຮຽນ. ທ່ານ ຟານແອງຫືວ, ເລຂາຫນ່ວຍພັກ, ຫົວຫນ້າໜ່ວຍ 1, ຕາແສງ ຈ່ຽງເລ, ນະຄອນ ເຊີນລາ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າມອບໃຫ້ບັນດາອົງການຈັດຕັ້ງມະຫາຊົນ, ຈັດຕັ້ງຫລາຍຮູບການ, ເນື້ອໃນທີ່ອຸດົມສົມບູນໃຫ້ສຳລັບແຕ່ລະເປົ້າໝາຍ. ມາຮອດປະຈຸບັນ ເຮືອນແຫ່ງພູມປັນຍາ ນີ້ມີປະຊາຊົນເປັນຈຳນວນຫລວງຫລາຍມາຄົ້ນຄ້ວາ, ເປັນຕົ້ນແມ່ນຜູ້ອາຍຸສູງ, ພວກຫລານອະນຸຊົນເຍົາວະຊົນມາ ຮ່ຳຮຽນຊອກຮູ້ປຶ້ມ ຫນັງສືພີມ, ເພື່ອປະກອບຄວາມຮູ້ໃນການຮ່ຳຮຽນ, ຊີວິດຕື່ມອີກ”.
ເຮືອນແຫ່ງພູມປັນຍາ, ຫໍສະມຸດເມດຕາປານີ... ແມ່ນຫນຶ່ງໃນບັນດາຈຸດນັດພົບພິເສດ ແລະ ໄດ້ຕັ້ງຢູ່ແຕ່ລະໜ່ວຍ, ບ້ານຂອງນະຄອນ ເຊີນລາ. ໂດຍເປີດປະຕູແຕ່ 8 ໂມງເຊົ້າຮອດ 20 ໂມງທຸກມື້, ດ້ວຍປື້ມນັບພັນໆຫົວ, ໄດ້ດຶງດູດຜູ້ມາອ່ານເປັນຈຳນວນຫລວງຫລາຍ. ນ້ອງ ໂງຢາຮູຍ, ຢູ່ ຕາແສງ ໂຕຫ້ຽວ ນະຄອນ ເຊີນລາ ແບ່ງປັນວ່າ:
“ນັບແຕ່ເມື່ອມີເຮືອນແຫ່ງພູມປັນຍາ, ຫລານມັກມານີ້ເພື່ອອ່ານປື້ມ, ນອກຈາກອ່ານປື້ມໃນຕອນບ່າຍແລ້ວ ພວກຫລານຍັງເຂົ້າຮ່ວມການລະຫລິ້ນ, ຕີດອກປີກໄກ່, ອອກກຳລັງກາຍອີກດ້ວຍ”.
ທ່ານນາງ ຕົງລຽນແອງ, ປະລິຍາໂທ, ນັກແປພາສາ, ຜູ້ຊ່ຽວຊານດ້ານການສຶກສາໃຫ້ຮູ້ວ່າ:
“ເມື່ອມາຢາມໜ່ວຍ ບ້ານ, ເຮືອນແຫ່ງພູມປັນຍາ, ເຫັນປະຈັກຕາການເຄື່ອນໄຫວຕ່າງໆຂອງພໍ່ແມ່ປະຊາຊົນຢູ່ທີ່ນີ້ ຂ້າພະເຈົ້າເຫັນວ່າ ທຸກຄົນແມ່ນມີຄວາມປິຕິຊົມຊື່ນຫລາຍເມື່ອເຂົ້າຮ່ວມການເຄື່ອນໄຫວນີ້ ຂ້າພະເຈົ້າຮູ້ສຶກວ່າ ນີ້ແມ່ນການກະທຳທີ່ເຮັດໃຫ້ບັນດາຮູບແບບການຮ່ຳຮຽນ ກໍ່ຄືປະຊາຄົມຮ່ຳຮຽນຍິ່ງມີຄວາມໝາຍກວ່າ”.
ທ່ານຮອງລັດຖະມົນຕີກະຊວງສຶກສາ ແລະບຳລຸງສ້າງມອບໃບຢັ້ງຢືນ "ນະຄອນຮ່ຳຮຽນທົ່ວໂລກ" ໃຫ້ການນຳແຂວງເຊີນລາ. (ພາບ:VOV) |
ຫ້ອງຮຽນໜັງສືຂອງຊາວເຜົ່າຜູ້ໄທ ໂດຍສະໂມສອນວັດທະນະທຳເຜົ່າຜູ້ໄທ ຢູ່ ບ້ານເຈົາເກາະ ຕາແສງ ຈ່ຽງເກີຍ ເປີດປະຕູແຕ່ວັນເສົາ ແລະ ວັນອາທິດທຸກສັບປະດາ. ນັບແຕ່ຜູ້ເຖົ້າຜູ້ແກ່ຕະຫລອດຮອດເດັກນ້ອຍ ແຕ່ລະຄົນເມື່ອມາຮຽນຢູ່ທີ່ນີ້ ລ້ວນແຕ່ມີຄວາມເບີກບານມ່ວນຊື່ນ, ມີຄວາມໄຝ່ຝັນຄວາມຫວັງສະເພາະຕົນ. ທ່ານນາງ ຕ່ອງທິຫວາ, ຫນຶ່ງໃນບັນດາຜູ້ມາຮຽນ ໄດ້ແບ່ງປັນວ່າ:
“ປີນີ້ ຂ້າພະເຈົ້າມີອາຍຸ 65 ປີແລ້ວ, ຂ້າພະເຈົ້າແມ່ນຜູ້ອາຍຸສູງກວ່າໝູ່ໃນຫ້ອງຮຽນ. ກ່ອນນີ້ ຂ້າພະເຈົ້າຍັງບໍ່ທັນໄດ້ຮຽນຕົວໜັງສືຜູ້ໄທຈັກເທື່ອ. ປະຈຸບັນ ມີລັດເອົາໃຈໃສ່, ນະຄອນເອົາໃຈໃສ່, ມີບັນດາຜູ້ຄົນມັກຮັກວັດທະນະທຳເຜົ່າຜູ້ໄທ ຈັດຕັ້ງຫ້ອງຮຽນນີ້ຂຶ້ນ ຂ້າພະເຈົ້າຕ້ອງພະຍາຍາມມາຮຽນເພື່ອຮູ້ຕົວໜັງສືຜູ້ໄທ, ຮຽນຮ້ອງບົດເພງ, ເລົ່າເລື່ອງ.. ເພື່ອຖ່າຍທອດໃຫ້ລູກຫລານຂອງຕົນ”.
ໃນວິວັດການກາຍເປັນນະຄອນຮ່ຳຮຽນທົ່ວໂລກຂອງ ເຊີນລາ ໂດຍມີຄວາມເອົາໃຈໃສ່ຂອງແຕ່ລະຄອບຄົວ, ວົງຕະກຸນ, ປະຊາຄົມຮ່ຳຮຽນ. ມີພະນັກງານ, ສະມາຊິກພັກຫລາຍຄົນ ໄດ້ມີຄວາມສະຫມັກໃຈປະກອບສ່ວນ, ຫັນເປັນສັງຄົມ ບໍລິຈາກນັບຕື້ດົ່ງ. ນະຄອນ ເຊີນລາ ບຸລິມະສິດ ປະມານ 34% ຍອດລາຍຈ່າຍງົບປະມານ ເພື່ອລົງທຶນໃຫ້ແກ່ການສຶກສາ. ທ່ານ ຮ່າຈຸງຈຽນ ເລຂາຄະນະພັກນະຄອນ ເຊີນລາ ໃຫ້ຮູ້ວ່າ:
“ເຂົ້າຮ່ວມເຄືອຂ່າຍນະຄອນຮ່ຳຮຽນທົ່ວໂລກ, ເຊີນລາ ມີຫລາຍວຽກຕ້ອງເຮັດ. ຈາກການຍົກສູງຄວາມຮູ້ຂອງປະຊາຊົນ ເພື່ອພັດທະນາເສດຖະກິດຄອບຄົວ, ມີການປະກອບສ່ວນໃຫ້ແກ່ສັງຄົມ, ມີບາງການປະພຶດເພື່ອຮັກສາບັນດາຈຸດວັດທະນະທຳສີສັນຂອງຊາດຢ່າງມີຄວາມຮັບຜິດຊອບກວ່າ, ມີວິທະຍາສາດກວ່າ... ບັນດາວຽກງານນີ້ີຮຽກຮ້ອງຕ້ອງມີການເຂົ້າຮ່ວມຂອງທັງລະບົບການເມືອງ, ໃນນັ້ນ ມີບົດບາດຂອງປະຊາຊົນແຕ່ລະຄົນ.
ຮອດທ້າຍປີ 2024 ນະຄອນ ເຊີນລາ ມີກວ່າ 90% ໂຮງຮຽນບັນລຸມາດຖານແຫ່ງຊາດ. ຄຽງຄູ່ກັນນັ້ນ ລະບົບບັນດາມະຫາວິທະຍາໄລ, ວິທະຍາໄລຢູ່ບໍລິເວນ ແລະ ການສ້າງຕັ້ງບາງຮາກຖານການສຶກສາສະເພາະດ້ານ ຊ່ວຍໃຫ້ນັກຮຽນທຸກຊັ້ນຮຽນ ມີຫລາຍກາລະໂອກາດໄດ້ເຂົ້າເຖິງ, ເຂົ້າຮ່ວມການຮຽນ ແລະ ຍາດໄດ້ລາງວັນສູງຢູ່ບັນດາການແຂ່ງຂັນດ້ານພູມປັນຍາຢູ່ພາຍໃນ ແລະ ຕ່າງປະເທດ. ເຊີນລາ ພວມມານະພະຍາຍາມເພື່ອໃຫ້ອະນາຄົດຍາດໄດ້ບັນດາລາງວັນສູງຂອງ UNESCO./.