(VOVWORLD) -ຍັງມີກຳລັງເຫື່ອແຮງແມ່ນຍັງສືບຕໍ່ອອກແຮງງານທຳການຜະລິດ ແລະ ເຂົ້າຮ່ວມວຽກງານສັງຄົມ, ບັນດາສະມາຊິກພັກສູງອາຍຸ ຍາມໃດກໍ່ສູ້ຊົນສຳເລັດຫນ້າທີ່ຂອງຜູ້ເປັນສະມາຊິກພັກໃນທຸກເງື່ອນໄຂສະພາບການ. ນີ້ແມ່ນແບບຢ່າງດີເດັ່ນເພື່ອໃຫ້ສະມາຊິກພັກທຸກລຸ້ນປະຕິບັດຕາມ.
ທ່ານຫງວຽນຈ້ອງເຫງ້ຍ, ຫົວຫນ້າຄະນະໂຄສະນາສຶກສາສູນກາງ ມອບລາງວັນໃຫ້ທ່ານ ດວ່ານວັນແຄງ. (ພາບ: VOV) |
ທ່ານ ດວ່ານວັນແຄງ ອາຍຸ 70 ປີ, ອາຍຸພັກ 50 ປີ ຢູ່ຕາແສງ ຊອງທ້ວນ ເມືອງ ເຈົາແທ່ງ ແຂວງ ຕຽນຢາງ ແມ່ນຜູ້ອຳນວຍການບໍລິສັດ ລອງທ້ວນ ຈຳກັດ ຊື່ງແມ່ນວິສາຫະກິດປຸງແຕ່ງບັນດາຜະລິດຕະພັນຈາກໝາກສົ້ມໂອ, ໝາກພ້າວ. ໃນເວລາກວ່າ 20 ປີທີ່ຕິດພັນກັບອາຊີບ, ປະຈຸບັນ ວິສາຫະກິດຂອງທ່ານ ຜະລິດໄດ້ເກືອບ 50 ຢ່າງ ແລະ ໄດ້ນຳໄປຂາຍຢູ່ຫລາຍຮ້ານສັບພະສິນຄ້າ, ຮ້ານຄ້າຕ່າງໆໃນທ່ົວປະເທດ ກໍ່ຄືໄດ້ສົ່ງອອກໄປຍັງຕ່າງປະເທດ. ບັນດາຜະລິດຕະພັນຂອງວິສາຫະກິດ ບັນລຸໃບຢັ້ງຢືນສິນຄ້າ ຫວຽດນາມ ທີ່ມີຄຸນນະພາບສູງໃນຫລາຍປີຢ່າງຕໍ່ເນື່ອງກໍ່ຄືບັນລຸມາດຖານສາກົນ.
ໂດຍແມ່ນຜູ້ເປັນໝໍຢາພື້ນເມືອງ ສະນັ້ນ ນອກຈາກການຜະລິດດຳເນີນທຸລະກິດແລ້ວ, ທ່ານ ດວ່ານວັນແຄງ ຍັງກວດລະບົບຊີບພະຈອນ, ຈັດຢາພື້ນເມືອງໃຫ້ປະຊາຊົນ. ທ່ານກໍ່ມີຄວາມເອົາໃຈໃສ່, ຫນູນຊ່ວຍບັນດາສະມາຊິກພັກ, ນັກຮົບເກົ່າ, ຜູ້ປະສົບກັບຄວາມຫຍຸ້ງຍາກໃນຊີວິດ. ດ້ວຍການປະກອບສ່ວນຂອງຕົນ, ສະມາຊິກພັກສູງອາຍຸ ດວ່ານວັນແຄງ ໄດ້ຮັບໃບຍ້ອງຍໍນັບຮ້ອຍໃບ, ຫລຽນກາຂອງບັນດາຂະແຫນງການ, ບັນດາຂັ້ນ. ທ່ານ ດວ່ານວັນແຄງ ແບ່ງປັນວ່າ:
“ກອ່ນນນີ້ ໃນໄລຍະເຂົ້າຮ່ວມການຕໍ່ສູ້ຍາດເອົາເອກະລາດໃຫ້ປະເທດຊາດ, ຂ້າພະເຈົ້າກໍ່ຢາກຕໍ່ສູ້ເຖິງລົມຫາຍໃຈສຸດທ້າຍ. ປະຈຸບັນ ປະເທດຊາດໄດ້ມີຄວາມສັນຕິພາບແລ້ວ ດ້ວຍຈິດໃຈນັ້ນ ຂ້າພະເຈົ້າສືບຕໍ່ສູ້ຊົນເຮັດວຽກຈົນຮອດເມື່ອໃດບໍ່ທີສາມາດເຮັດໄດ້ ຈຶ່ງຈະເຊົາ. ຈາກໝາກໄມ້ໃນສວນ, ຂ້າພະເຈົ້າຜະລິດອອກໄດ້ຫລາຍຜະລິດຕະພັນທີ່ດີ, ຮັບປະກັນສຸຂະພາບໃຫ້ແກ່ຜູ້ບໍລິໂພກ, ບໍ່ສົ່ງຜົນສະທ້ອນເຖິງສິ່ງແວດລ້ອມ. ໄລຍະຈະມາເຖິງ, ຂ້າພະເຈົ້າຈະສືບຕໍ່ຍົກສູງຄຸນນະພາບ ກໍ່ຄືເພີ່ມຈຳນວນຜະລິດຕະພັນເພື່ອໃຫ້ມີສິນຄ້າທີ່ຂາຍຢູ່ພາຍໃນ ແລະ ຕ່າງປະເທດ”.
ຢູ່ ຕຽນຢາງ, ທ່ານ ເລວັນຖູຍ ອາຍຸ 65 ປີ ໂດຍແມ່ນສະມາຊິກພັກທີ່ປະສົບຜົນສຳເລັດໃນຮູບແບບປູກຕົ້ນໄມ້ກິນໝາກ ຢູ່ບ້ານ ໝີເຄືອງ, ຕາແສງ ໝີຕິ້ງອານ ເມືອງ ເຈີະກ້າວ ແຂວງ ຕຽນຢາງ ແມ່ນຊາວກະສິກອນທຳການຜະລິດເກັ່ງຂັ້ນທົ່ວປະເທດ, ທ່ານ ຖູຍ ມີສວນກວ້າງໃຫຍ່ດ້ວຍເນື້ອທີ່ 1,8 ເຮັກຕາ ປູກສະເພາະໝາກມັງກອນ.
ທ່ານ ເຈີນກົງຫງື໋ (ນຸ່ງເສື້ອສີຂາວ) ມອບລົດເຂັນໃຫ້ແກ່ຄົນພິການຢູ່ແຂວງ ເບນແຈ. (ພາບ:VOV) |
ສວນຂອງທ່ານບໍ່ພຽງແຕ່ມີຂອບຂະຫນາດໃຫຍ່ຢູ່ທ້ອງຖິ່ນ ຫາກຍັງໝູນໃຊ້ບັນດາຄວາມກ້າວຫນ້າດ້ານວິທະຍາສາດເຕັກນິກເຂົ້າໃນການຜະລິດຕາມມາດຖານ Viet GAP ທີ່ໃຫ້ສະມັດຕະພາບສູງ, ມີມູນຄ່າການສົ່ງອອກທີ່ດີ. ແຕ່ລະປີ ສວນມັງກອນຂອງທ່ານ ບັນລຸສະພາບຕະພາບແຕ່ 50 - 60 ໂຕນ, ນຳມາເຊິ່ງລາຍຮັບປະມານ 59.000 USD ຕໍ່ປີ. ທ່ານ ເລວັນຖູຍ ໃຫ້ຮູ້ວ່າ:
“ໂດຍແມ່ນສະມາຊິກຜູ້ຫນຶ່ງ, ຂ້າພະເຈົ້າປາດຖະຫນາຢາກປະກອບສ່ວນຫລາຍກວ່າໃຫ້ແກ່ສັງຄົມ ເພື່ອເປັນແບບຢ່າງໃຫ້ລຸ້ນຫນຸ່ມສືບທອດຄົນລຸ້ນກອ່ນໃນການສ້າງສາບ້ານເກີດເມືອງນອນໃຫ້ນັບມື້ນັບພັດທະນາ. ສຳລັບຕົ້ນມັງກອນ, ຂ້າພະເຈົ້ານຳໃຊ້ເຕັກນິກໃນການປູກແບບໃໝ່, ນຳຂັ້ນຕອນຜະລິດແບບເຄິ່ງອຸດສາຫະກຳ ນັບແຕ່ການຫົດນ້ຳຕະຫລອດຮອດສີດຢາປາບສັດຕູພືດ. ຂ້າພະເຈົ້າກໍຜະລິດຝຸ່ນອົງຄະທາດນຳໃຊ້ໃຫ້ແກ່ການປູກຕົ້ນມັງກອນ”.
ຕີລາຄາກ່ຽວກັບທ່ານ ເລວັນຖູຍ, ທ່ານ ຫງວຽນວັນນຳ, ເລຂາຄະນະພັກຕາແສງ ໝີ້ຕິງອານ ໃຫ້ຮູ້ວ່າ:
“ທ່ານ ເລວັນຖູຍ ແມ່ນຊາວກະສິກອນທຳການຜະລິດເກັ່ງ. ທ່ານ ຍາມໃດກໍພະຍາຍາມໃນການຜະລິດກໍ່ຄືໃນວຽກງານສັງຄົມ, ໂດຍໄດ້ຮັບການຕີລາຄາສູງຈາກພໍ່ແມ່ປະຊາຊົນ. ຮູບແບບຂອງທ່ານ ຖູຍ ແມ່ນດີເດັ່ນ, ພໍ່ແມ່ຊາວກະສິກອນຢູ່ທ້ອງຖິ່ນ ແລະ ບັນດາທ້ອງຖິ່ນອື່ນກໍ່ລ້ວນແຕ່ຮ່ຳຮຽນຕາມ”.
ຢູ່ ແຂວງ ເບນແຈ, ມີສະມາຊິກພັກສູງອາຍຸຫລາຍທ່ານ ຍາມໃດກໍ່ຕັ້ງຫນ້າເຂົ້າຮ່ວມການເຄື່ອນໄຫວສັງຄົມ. ໃນນັ້ນ ມີທ່ານ ເຈີນກົງຫງື, ອະດີດຮອງປະທານຄະນະກຳມະການປະຊາຊົນແຂວງ ເບນແຈ ປະຈຸບັນ ແມ່ນປະທານ ສະມາຄົມອຸປະກະລະຄົນເຈັບທຸກຍາກຢູ່ ແຂວງ ເບນແຈ. ແຕ່ລະປີ ສະມາຄົມອຸປະກະລະຄົນເຈັບທຸກຍາກແຂວງ ຂົນຂວາຍບັນດາຜູ້ໃຈບຸນໃຈກຸສົນຢູ່ພາຍໃນ ແລະ ຕ່າງປະເທດ ສະຫນັບສະຫນູນເງິນເພື່ອທຳຜ່າຕັດໃຫ້ແກ່ຄົນເຈັບທຸກຍາກ, ຄົນພິການນັບພັນໆຄົນ, ປຸງແຕ່ງອາຫານໂດຍບໍ່ເກັບຄ່າ... ກໍ່ສ້າງເສັ້ນທາງຄົມມະນາຄົມ, ມອບທຶນການສຶກສາໃຫ້ແກ່ນັກຮຽນທຸກຍາກ. ທ່ານ ເຈີນກົງຫງື ແບ່ງປັນວ່າ:
“ປະຈຸບັນ ມີພໍ່ແມ່່ປະຊາຊົນຫລາຍຄົນຍັງປະສົບກັບຄວາມຫຍຸ້ງຍາກ ສະນັ້ນ ຂ້າພະເຈົ້າພະຍາຍາມພ້ອມກັບພັກ, ອຳນາດການປົກຄອງທ້ອງຖິ່ນ ປະຕິບັດບັນດາໂຄງການຮັບປະກັນຊີວິດສັງຄົມ. ຂ້າພະເຈົ້າປາດຖະຫນາຢາກປະກອບສ່ວນກຳລັງເຫື່ອແຮງຂອງຕົນສ່ວນໃດຫນຶ່ງເພື່ອເບິ່ງແຍງໃຫ້ປະຊາຊົນ”.
ບັນດາສະມາຊິກພັກສູງອາຍຸ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຍາມໃດກໍ່ອອກແຮງທຳການຜະລິດໃນທຸກມື້ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວສັງຄົມ. ເຂົາເຈົ້າແມ່ນແບບຢ່າງໃຫ້ແກ່ລຸ້ນຫນຸ່ມປະຕິບັດຕາມ ເພື່ອສືບຕໍ່ພາລະກິດສ້າງສາບ້ານເກີດເມືອງນອນ, ປະເທດຊາດໃຫ້ນັບມື້ນັບຮັ່ງມີສວຍງາມ.