ກອງ​ທັບເຮືອ​ສອງ​ປະ​ເທດ ຫວຽດ​ນາມ ແລະ ຈີນ ພົບ​ປະ​ແລກ​ປ່ຽນ ແລະ ລາດ​ຕະ​ເວນ​ຮ່ວມ

(VOVWORLD) -  ວັນທີ 10 ເມສາ, ກອງກ່ຳປັ່ນປ້ອງກັນລູກສອນໄຟ 015 - ເຈິ່ນຮຶງດ້າວ ແລະ 016 ກວາງຈູງ ໄດ້ເດີນທາງຈາກທ່າກ່ຳປັ່ນ ກາມແຣງ, ແຂວງ ແຄັງຮວ່າ ຫວຽດນາມ ມາຮອດທ່າກ່ຳປັ່ນທະຫານ ໄບຫາຍ, ແຂວງ ກວາງຊີ, ຈີນ ເພື່ອປະຕິບັດການພົບປະແລກປ່ຽນ ແລະ ລາດຕະເວນຮ່ວມຢູ່ທະເລ, ໃນຂອບເຂດການພົບປະແລກປ່ຽນມິດຕະພາບປ້ອງກັນຊາຍແດນ ຫວຽດນາມ - ຈີນ ຄັ້ງທິ 9 ທີ່ຈະດຳເນີນແຕ່ວັນທີ 16 – 17 ເມສາ.
ກອງ​ທັບເຮືອ​ສອງ​ປະ​ເທດ ຫວຽດ​ນາມ ແລະ ຈີນ ພົບ​ປະ​ແລກ​ປ່ຽນ ແລະ ລາດ​ຕະ​ເວນ​ຮ່ວມ - ảnh 1ທ່ານພັນໂທ ກາວວັນເຢີນ, ຫົວໜ້າບັນນາທິການໜັງສືພິມກອງທັບເຮືອ (ພາບ: VOV)

ຕາງໜ້າເຫຼົ່າທັບທະຫານເຮືອ, ທ່ານພັນໂທ ກາວວັນເຢີນ, ຫົວໜ້າບັນນາທິການໜັງສືພິມກອງທັບເຮືອ ໃຫ້ຮູ້ວ່າ:

        “ການເຄື່ອນໄຫວຄັ້ງນີ້ ກອງທັບເຮືອປະຊາຊົນ ຫວຽດນາມ ໄດ້ຈັດສົ່ງກອງກ່ຳປັ່ນປ້ອງກັນລູກສອນໄຟ 015 - ເຈິ່ນຮຶງດ້າວ ແລະ 016 ກວາງຈູງ ເພື່ອໄປຢ້ຽມຢາມ ແລະ ພົບປະແລກປ່ຽນກັບກອງທັບເຮືອປະເທດເພື່ອນມິດ ແລະ ພ້ອມກັບທະຫານເຮືອເຂດທະຫານເຮືອພາກໃຕ້ປົດປ່ອຍປະຊາຊົນ ຈີນ ຈັດກິດຈະກຳລາດຕະເວນຮ່ວມຄັ້ງທີ 38 ໃນເຂດທະເລອ່າວໂຕນກິນ (Tonkin) ຕາມກົນໄກເຊິ່ງສອງຝ່າຍໄດ້ເອກະພາບກັນໃນຫຼາຍປີຜ່ານມາ”.

ກອງ​ທັບເຮືອ​ສອງ​ປະ​ເທດ ຫວຽດ​ນາມ ແລະ ຈີນ ພົບ​ປະ​ແລກ​ປ່ຽນ ແລະ ລາດ​ຕະ​ເວນ​ຮ່ວມ - ảnh 2ພະນັກງານ, ລູກເຮືອກ່ຳປັ່ນປ້ອງກັນລູກສອນໄຟ 015 - ເຈິ່ນຮຶງດ້າວ ລາຍການສະພາບການກ່ອນອອກເດີນທາງ (ພາບ: qdnd.vn)

        ການປະຕິບັດງານຂອງກ່ຳປັ່ນ 2 ລຳດັ່ງກ່າວໄດ້ດຳເນີນແຕ່ວັນທີ 10 – 19 ເມສາ, ດ້ວຍ 8 ເນື້ອໃນເຄື່ອນໄຫວຕົ້ນຕໍ. ກ່ຽວກັບການປະຕິບັດການລາດຕະເວນຮ່ວມ, ທ່ານພັນໂທ ກາວວັນເຢິນ ໃຫ້ຮູ້ຕື່ມອີກວ່າ:

        “ໄລຍະລາດຕະເວນຮ່ວມໄດ້ດຳເນີນໃນລະຫວ່າງວັນທີ 16 – 17 ເມສາ. ສອງກອງກ່ຳປັ່ນຂອງສອງປະເທດຈະດຳເນີນການເຄື່ອນໄຫວຈາກທ່າກ່ຳປັ່ນ ໄບຫາຍ ຮອດບ່ອນລາດຕະເວນຮ່ວມ, ຕາມຈຸດພິກັດທີ່ໄດ້ເອກະພາບກັນແລ້ວ. ຫຼັງຈາກນັ້ນກໍ່ດຳເນີນຕາມເລນລາດຕະເວນ. ໃນວິວັດການດັ່ງກ່າວຈະສົມທົບກັບການຝຶກຊ້ອມເຄື່ອນໄຫວໃນເສັ້ນທາງທະເລຍາວແຕ່ອ່າວໂຕນກິນ ຈົນຮອດທ່າກ່ຳປັ່ນ ກາມແຣງ.”

ກອງ​ທັບເຮືອ​ສອງ​ປະ​ເທດ ຫວຽດ​ນາມ ແລະ ຈີນ ພົບ​ປະ​ແລກ​ປ່ຽນ ແລະ ລາດ​ຕະ​ເວນ​ຮ່ວມ - ảnh 3ທະຫານເຮືອ ຫວຽດນາມ ອອກເດີນທາງໄປເຂົ້າຮ່ວມການພົບປະແລກປ່ຽນ (ພາບ: qdnd.vn)

        ການລາດຕະເວນຮ່ວມຢູ່ເຂດທະເລອ່າວໂຕນກິນ ກັບກອງທັບເຮືອຂອງ ຈີນ ແມ່ນໜ້າທີ່ການເມືອງສຳຄັນຂອງກອງທັບເຮືອ ຫວຽດນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ