ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ
(VOVWORLD) - ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ດຳເນີນການເຈະລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງຢູ່ ສຳນັກງານສູນກາງພັກ.
ພິທີຕ້ອນຮັບ (ພາບ: VOV) |
ຕອນບ່າຍວັນທີ 14 ເມສາ, ພາຍຫຼັງພິທີຕ້ອນຮັບທ່ານທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມທີ່ໄດ້ຈັດຂຶ້ນຢ່າງສົມກຽດຢູ່ທຳນຽບປະທານປະເທດ (ຮ່າໂນ້ຍ) ຕາມພິທີສູງສຸດທີ່ສະຫງວນໃຫ້ແກ່ປະມຸກລັດ ໂດຍທ່ານເລຂາທິການໃຫຍ່ ໂຕເລິມເປັນປະທານ. ເປີດພິທີຕ້ອນຮັບ, ຂະບວນລົດນຳສົ່ງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິນຜິງ ໄດ້ເຂົ້າທຳນຽບປະທານປະເທດໃນທ່າມກາງການຕ້ອນຮັບຂອງພວກນ້ອງອະນຸຊົນ ແລະ ຊາວນະຄອນຫຼວງເປັນຈຳນວນຫຼາຍ. ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ດຳເນີນການເຈະລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງຢູ່ ສຳນັກງານສູນກາງພັກ.