Festival ເຝີ ປີ 2025: ສິ່ງຍອດຍິ່ງ ເຝີ ຫວຽດນາມ - ມໍລະດົກໃນສັງກາດດິຈິຕອນ
(VOVWORLD) - Festival ເຝີ ປີ 2025: ສິ່ງຍອດຍິ່ງ ເຝີ ຫວຽດນາມ - ມໍລະດົກໃນສັງກາດດິຈິຕອນ ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 18 ເມສາ ຢູ່ ຮ່າໂນ້ຍ. ເຫດການໄດ້ດຳເນີນໃນເວລາ 3 ວັນ ແຕ່ວັນທີ 18 – 20 ເມສາ ຢູ່ ລາຊະວັງ ທັງລອງ.
ບັນດາຜູ້ແທນປະຕິບັດພິທີການໄຂ Festival ເຝີ ປີ 2025. (ພາບ:Huyền Trang/VOV) |
ໃນໂອກາດນີ້ ບັນດາວິສາຫະກິດ, ເຄື່ອງໝາຍອາຫານການກິນ ພ້ອມກັນເຂົ້າຮ່ວມລາຍການສະແດງ, ຊຸກຍູ້ການໂຄສະນາພາບພົດ, ເຄື່ອງໝາຍການຄ້າໃນຂອບເຂດ Festival ເຝີ ປີ 2025 ໂດຍເຕົ້າໂຮມ 50 ຮ້ານເຝີ ລວມມີ: ເຝີ ຮ່າໂນ້ຍ, ເຝີ ນາມດິ້ງ, ເຝີ ເຂດພູສູງໄຕບັກ, ເຝີ 3 ພາກ ແລະ ເຝີເຊື່ອມໂຍງ. ທ່ານນາງ ເລທິທຽດ, ປະທານ ສະຫະສະມາຄົມ ວັດທະນະທຳອາຫານການກິນ ແຂວງ ນາມດິ້ງ ໃຫ້ຮູ້ວ່າ:
“ສານຂອງ Festival ເຝີປີນີ້ ແມ່ນ “ສິ່ງຍອດຍິ່ງ ເຝີຫວຽດນາມ - ມໍລະດົກໃນສັງກາດດິຈິຕອນ” ເພາະວ່າ ພວກເຮົາ ພວມມີບັນດາບາດກ້າວເດີນເພື່ອສົ່ງອອກອຸດສາຫະກຳວັດທະນະທຳ, ໃນນັ້ນ ມີວັດທະນະທຳອາຫານການກິນ ແລະ ສັງກາດດິຈິຕອນ ເພື່ອເຊື່ອມໂຍງເຂົ້າກັບສາກົນ. ນີ້ແມ່ນຈຸດທີ່ແຕກຕ່າງເມື່ອທຽບໃສ່ປີກາຍ”
Festival ເຝີປີນີ້ ແມ່ນ “ສິ່ງຍອດຍິ່ງ ເຝີຫວຽດນາມ - ມໍລະດົກໃນສັງກາດດິຈິຕອນ”, ລາຍກາ
ນບໍ່ພຽງແຕ່ປະກອບສ່ວນເຊີດຊູວັດທະນະທຳອາຫານການກິນຂອງ ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນຂົວເຊືື່ອມຕໍ່ບັນດາວິສາຫະກິດ, ໝູ່ບ້ານຫັດຖະກຳ, ເຄື່ອງໝາຍການຄ້າ ເພື່ອໂຄສະນາສິ່ງຍອດຍິ່ງອາຫານການກິນ ຫວຽດນາມ ມາເຖິງປະຊາຊົນນະຄອນຫລວງ, ນັກທ່ອງທ່ຽວພາຍໃນ ແລະ ເພື່ອນມິດສາກົນ.