ກອງປະຊຸມຄັ້ງທີ 1 ຄະນະກຳມະການຮ່ວມມື 2 ຝ່າຍຫວຽດນາມ - ອິນໂດເນເຊຍ
ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ແລະ ຫວຽດນາມ
(ພາບ: ສຳນັກຂ່າວສານຫວຽດນາມ)
(vovworld) - ໂດຍປະຕິບັດຂໍ້ຕົກລົງລະຫວ່າງລັດຖະບານຫວຽດນາມ ແລະ ລັດຖະບານ ອິນໂດເນເຊຍ ຕາມໂຄງການເຄື່ອນໄຫວຫວຽດນາມ - ອິນໂດເນເຊຍ ໄລຍະ 2012 – 2015, ຕອນບ່າຍວັນທີ 25/7, ຢູ່ ຮ່າໂນ້ຍ, ໄດ້ຈັດກອງປະຊຸມຄັ້ງທີ 1 ຄະນະກຳມະການຮ່ວມມື 2 ຝ່າຍ ຫວຽດນາມ - ອິນໂດເນເຊຍ. ລັດຖະມົນຕີການຕ່າງປະເທດຫວຽດນາມ Pham Binh Minh ແລະ ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Marty Natalegawa ເປັນປະທານຮ່ວມກອງປະຊຸມ. ທີ່ກອງປະຊຸມ, 2 ຝ່າຍໄດ້ວາງອອກບັນດາການກຳນົດທິດ ເພື່ອປັບປຸງ ແລະ ຍົກການພົວພັນຮ່ວມມືລະຫວ່າງ 2 ປະເທດຂຶ້ນສູ່ລະດັບສູງໃໝ່, ເປັນເອກະພາບກັນຊຸກຍູ້ປະຕິບັດສຳເລັດກອງປະຊຸມສຳມະນາກ່ຽວກັບ “ຂໍ້ຕົກລົງກ່ຽວກັບກົດລະບຽບການລາດຕາເວນຢູ່ເຂດນ່ານທະເລເຊື່ອມຕໍ່ກັນ ແລະ ລະບົບສື່ຂ່າວຕິດຕໍ່ພົວພັນລະຫວ່າງທະຫານເຮືອ 2 ປະເທດ”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ Pham Binh Minh ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າໄດ້ປຶກສາຫາລືຢ່າງເລິກເຊິ່ງກ່ຽວກັບການຮ່ວມມືລະຫວ່າງ 2 ປະເທດ ໃນບັນດາເວທີປາໄສພາກພື້ນ ແລະ ສາກົນ, ພິເສດແມ່ນການຮ່ວມມືໃນ ອາຊຽນ ກໍຄືບົດບາດໃຈກາງຂອງ ອາຊຽນ ທີ່ມີຕໍ່ບັນຫາລວມຂອງພາກພື້ນ, ໃນນັ້ນມີທະເລຕາເວັນອອກ, ເນັ້ນໜັກເລື່ອງຮັບປະກັນສັນຕິພາບ, ຄວາມສະຫງົບປອດໄພ, ຄວາມປອດໄພໃນການເດີນທະເລຢູ່ທະເລຕາເວັນອອກ, ເຄົາລົບກົດໝາຍສາກົນ ແລະ ສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982, ປະຕິບັດ DOC ຢ່າງຄົບຖ້ວນ ແລະ ບັນລຸ COC ໂດຍໄວ.”
ສ່ວນຝ່າຍ ອິນໂດເນເຊຍ, ທ່ານລັດຖະມົນຕີການຕ່າງປະເທດ Natalegawa ຢັ້ງຢືນວ່າ: ອິນໂດເນເຊຍ ພ້ອມແລ້ວທີ່ປັບປຸງ ແລະ ເພີ່ມທະວີການພົວພັນກັບຫວຽດນາມ ໃນບັນດາຂົງເຂດ, ນຳສາຍພົວພັນລະຫວ່າງ 2 ປະເທດ ຂຶ້ນສູ່ລະດັບສູງໃໝ່. ສິ້ນສຸດກອງປະຊຸມ, ທ່ານລັດຖະມົນຕີ Pham Binh Minh ແລະ ລັດຖະມົນຕີ Natalegawa ໄດ້ເຊັນເອກະສານກອງປະຊຸມ ແລະ ເປັນເອກະສັນກັນຈັດຕັ້ງກອງປະຊຸມຄັ້ງທີ 2 ຄະນະກຳມະການຮ່ວມມື 2 ຝ່າຍຂັ້ນລັດຖະມົນຕີການຕ່າງປະເທດ ຢູ່ ອິນໂດເນເຊຍ ໃນປີ 2014.