ກອງປະຊຸມຄັ້ງທີ 4 ຄະນະປະຈຳສະພາແຫ່ງຊາດສືບຕໍ່ເຮັດວຽກ

(VOVWORLD) -ວັນທີ 12 ຕຸລາ, ຄະນະປະຈຳສະພາແຫ່ງຊາດໄດ້ໃຫ້ຄຳເຫັນໃສ່ບົດລາຍງານຂອງລັດຖະບານກ່ຽວກັບໝາກຜົນແຫ່ງການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ, ວິທີການຈັດສັນງົບປະມານສູນກາງປີ 2022
     ກອງປະຊຸມຄັ້ງທີ 4 ຄະນະປະຈຳສະພາແຫ່ງຊາດສືບຕໍ່ເຮັດວຽກ - ảnh 1

    ນະທີ່ນີ້, ກຳມາທິການເສດຖະກິດສະເໜີລັດຖະບານສືບຕໍ່ຊາບຊຶມ ແລະ ປະຕິບັດເປົ້າໝາຍລຸລວງ, ນັ້ນແມ່ນຮັກສາສຸຂະພາບຂອງປະຊາຊົນ, ຮັກສາການເຄື່ອນໄຫວເສດຖະກິດ-ສັງຄົມເປັນປົກກະຕິ; ສ້າງຍຸດທະສາດສັງລວມປ້ອງກັນ ແລະ ຕ້ານໂຄວິດ-19ໃນສະພາບການໃໝ່; ຍຸ້ໄວອັດຕາການສັກວັກຊິນ….     ລັດຖະບານຄວນສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍຊ່ວຍໜູນທີ່ໄດ້ປະກາດໃຊ້; ມີແຜນທີ່ແທດເໝາະເພື່ອເປີດປະຕູພື້ນຖານເສດຖະກິດຄືນໃໝ່. ລັດຖະບານຍຶດໝັ້ນເປົ້າໝາຍສ້າງສະຖຽນລະພາບທາງດ້ານເສດຖະກິດມະຫາພາກ, ຮັກສາຕະຫຼາດການເງິນ, ເງິນຕາເປັນປົກກະຕິ; ເພີ່ມທະວີການປ່ອຍເງິນລົງທຶນສາທາລະນະ, ຍູ້ໄວລະດັບຄວາມຄືບໃນການປະຕິບັດບັນດາໂຄງການກໍ່ສ້າງໂຄງລ່າງຄົມມະນາຄົມຈຸດສຸມ…

ຕອບກັບ

ຂ່າວ/ບົດ​ອື່ນ