(ພາບ:.ອິນເຕີແນັດ)
( vovworld ) – ຕອນເຊົ້າວັນທີ 21/8, ຢູ່ນະຄອນດ່ານັງ, ສະຫະສະມາຄົມທ່າກຳປັ່ນທະເລຫວຽດນາມ ໄດ້ຈັດກອງປະຊຸມປະຈຳປີ 2012. ປີ 2011, ປະລິມານສິນຄ້າສົ່ງອອກນຳເຂົ້າຜ່ານບັນດາທ່າກຳປັ່ນຂອງສະຫະສະມາຄົມທ່າກຳປັ່ນທະເລຫວຽດນາມ ບັນລຸປະມານ 160 ລ້ານໂຕນ, ໃນ 6 ເດືອນຕົ້ນປີນີ້ໄດ້ເພີ່ມຂຶ້ນ 1,5 ເທົ່າເມື່ອທຽບກັບໄລະດຽວກັນຂອງປີ 2011. ໝາກຜົນດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມຂອງບັນດາວິສາຫະກິດທ່າກຳປັ່ນທະເລໃນທົ່ວປະເທດ. ທ່ານ Le Cong Minh ປະທານ ສະຫະສະມາຄົມທ່າກຳປັ່ນທະເລຫວຽດນາມ ໃຫ້ຮູ້ວ່າ:
“ສະຫະສະມາຄົມທ່າກຳປັ່ນທະເລຫວຽດນາມ ມີໄລຍະເວລາກ່ວາ 17 ປີທຳການເຄື່ອນໄຫວຢ່າງມີປະສິດທິຜົນ. ພວກເຮົາສ້າງໄດ້ພື້ນຖານທີ່ໜັກແໜ້ນ, ໄລຍະທີ່ມີລັກສະນະບາດລ້ຽວຂອງປະຫວັດສາດ, ຫັນປະເທດຊາດເປັນປະເທດອຸດສາຫະກຳດ້ວຍເສດຖະກິດທະເລ. ແຕ່ລະສະມາຊິກຈະສະແດງໃຫ້ເຫັນບົດບາດ ແລະ ຄວາມຮັບຜິດຊອບທີ່ມີຕໍ່ປະເທດຊາດໃນໄລຍະທີ່ຈະມາເຖິງ“