ກອງປະຊຸມພະນັກງານທົ່ວປະເທດ ຊາບຊືມມະຕິກອງປະຊຸມສູນກາງພັກຄັ້ງທີ 4

ກອງປະຊຸມພະນັກງານທົ່ວປະເທດ     ຊາບຊືມມະຕິກອງປະຊຸມສູນກາງພັກຄັ້ງທີ 4 - ảnh 1
ກອງປະຊຸມສູນກາງພັກຄັ້ງທີ 4
ພາບ: thanhnien.com.vn

(vovworld) - ວັນ​ທີ 28/2 ​ແມ່ນ​ມື້​ເຮັດ​ວຽກ​ທີ 2 ຂອງ​ກອງ​ປະຊຸມ​ພະນັກງານ​ທົ່ວ​ປະ​ເທດ​ຊາບ​ຊືມ, ຜັນ​ຂະຫຍາຍ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ ຄັ້ງ​ທີ 4 ຊຸດ​ທີ 11(​ເອີ້ນ​ຫຍໍ້​ວ່າມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4) - ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກປະຈຸ​ບັນ.

ຕອນ​ເຊົ້າ​ວັນ​ທີ 28/2, ບັນດາ​ຜູ້​ແທນ​​ໄດ້ເຮັດ​ວຽກຢູ່​ຕາມຫນ່ວຍ​ປຶກສາ, ຊາບ​ຊືມມະຕິກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4, ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ປະຕິບັດ​ມະຕິດັ່ງກ່າວ, ປະກອບ​ຄຳ​ເຫັນ​ໃສ່​ແຜນ​ຮ່າງ​ປະຕິບັດ​ມະຕິ. ຜ່ານ​ການ​ປຶກສາ​ຫາລື, ບັນດາ​ຜູ້​ແທນ​ໄດ້​​ເປັນ​ເອກະ​ພາບ​ສູງ​ຕໍ່​ການ​ຕີ​ລາຄາ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ. ບັນດາ​ຜູ້​ແທນ​ເຫັນ​ດີ​ຕໍ່​ໝວດ​ມາດ​ຕະການ ຊຶ່ງ​ມະຕິ​ກອງ​ປະຊຸມ​ສຸູນກາງ​ພັກ​ຄັ້ງ​ທີ 4 ​ໄດ້​ຍົກ​ອອກ. ​ເມື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ຄຳ​ສັ່ງ​ຂອງ​ກົມ​ການ​ເມື​ອງກ່ຽວ​ກັບ​ການ​ປະຕິບັດ​ມະຕິ​ດັ່ງກ່າວ, ບັນດາ​ຜູ້​ແທນ​ຖື​ວ່າ: ​ເພື່ອ​ໃຫ້​ມະຕິ​ເຂົ້າ​ສູ່​ຊີວິດ, ຕ້ອງ​ຖື​​ເປັນ​ສຳຄັນ​ວຽກ​ງານ​ໂຄສະນາ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ​ໃນ​ພະນັກງານ, ສະມາຊິກ​ພັກ, ປະຊາຊົນ​ທຸກ​ຊັ້ນ​ວັນນະ. ການ​ນຳ​ຫລັກ​ແຫ​ລ່ງຂັ້ນ​ຕ່າງໆ, ​ເປັນ​ຕົ້ນ​​ແມ່ນ​ຜູ້ນຳ​ຫນ້າ​ຕ້ອງ​ເປັນ​ແບບຢ່າງ,  ຮັກສາ​ຖືກ​ກັບ​ຫລັກການ ບໍ່​ປະ​​ໃຫ້​ບັນດາ​ອິດ​ທິກຳລັງ​ເປັນ​ປໍ​ລະ​ປັກ​ສວຍ​ໃຊ້, ​ເສກ​ສັນ​ປັ້ນ​ແຕ່ງ, ຍຸ​ແຍ່. ປະຕິບັດ​ບັນດາ​ໝວດ​ມາດ​ຕະການ​ກ່ຽວ​ກັບ​ການຈັດ​ຕັ້ງ, ພະນັກງານ, ການ​ດຳ​ເນີນ​ຊີວິດ​ກ່ຽວ​ກັບ​ວຽກ​ງານ​ພັກ, ກ່ຽວ​ກັບ​ກົນ​ໄກ, ນະ​ໂຍບາຍ ​ແລະ ວຽກ​ງານ​ສຶກສາ​ດ້ານ​ການ​ເມືອງ, ​ແນວ​ຄິດ, ຖື​ວຽກ​ງານ​ກວດກາ, ຕິດຕາມ​ກວດກາ, ​ເຊີດ​ຊູ​ການຕຳ​ນິຕິ​ຊົມ​ເປັນ​ສຳຄັນ.

ຂ່າວ/ບົດ​ອື່ນ