( vovworld ) - ວັນທີ 12/6, ຢູ່ນະຄອນ ຮ້າລອງ ( ກວາງນິງ ), ຄະນະກຳມະການຕິດຕາມກວດກາການເງິນແຫ່ງຊາດ ແລະ ສະຖາບັນ Konrad – Adenauer – Stiftung ( KSA ສາທາລະນະລັດຂອງສະຫະພັນເຢຍລະມັນ ) ໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາ “ ສ້າງໂຄງປະກອບລະບົບຕິດຕາມກວດກາດ້ານການເງິນຄືນໃໝ່ - ບົດຮຽນຈາກສາກົນ ແລະ ບັນດາຄຳຕັກເຕືອນນະໂຍບາຍໃຫ້ແກ່ຫວຽດນາມ ”. ທີ່ການສຳມະນາ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືເຂົ້າໃນຫົວຂໍ້; ສ້າງໂຄງປະກອບລະບົບການເງິນ ແລະ ລະບົບຕິດຕາມກວດກາການເງິນຄືນໃໝ່, ບົດຮຽນສ້າງໂຄງປະກອບລະບົບຕິດຕາມກວດກາດ້ານການເງິນຄືນໃໝ່ຂອງເຢຍລະມັນ ແລະ ບັນດາຄຳຕັກເຕືອນດ້ານນະໂຍບາຍໃຫ້ແກ່ຫວຽດນາມ; ກໍ່ສ້າງລະບົບຕິດຕາກວດກາໃຫ້ເໝາະສົມ ເພື່ອປະກອບສ່ວນພັດທະນາຕະຫຼາດການເງິນຫວຽດນາມ; ບົດບາດຂອງບັນດາອົງການຕິດຕາກວດກາການເງິນສຳລັບການພັດທະນາຕະຫຼາດການເງິນ… ໃນສະພາບການແຜນຮ່າງສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ເຊິ່ງລັດຖະບານພວມຍື່ນສະເໜີຕໍ່ສະພາແຫ່ງຊາດໃຫ້ຄຳຄິດຄຳເຫັນ, ໃນນັ້ນ, ເນື້ອໃນສ້າງໂຄງປະກອບພື້ນຖານການຕະຫຼາດການເງິນໄດ້ຮັບການປຶກສາຫາລືຢ່າງຟົກຟື້ນ, ເລື່ອງຈັດຕັ້ງການສຳມະນາຄັ້ງນີ້ ໄດ້ຕອບສະໜອງໃຫ້ແກ່ບັນດານັກວາງນະໂຍບາຍ, ບັນດາຜູ້ຊ່ຽວຊານດ້ານເສດຖະກິດ, ບັນດານັກຄຸ້ມຄອງຂັ້ນສູງຂອງຫວຽດນາມ ກ່ຽວກັບຂໍ້ມູນຂ່າວຕ່າງໆ ແລະ ຄຳຄິດເຫັນທີ່ມີຜົນປະໂຫຍດ, ປະກອບສ່ວນສຳຄັນເຂົ້າໃນການຍົກອອກບັນດາກຳນົດທິດ, ຂໍ້ສະເໜີແນະທີ່ເລິກເຊິ່ງກວ່າ ກ່ຽວກັບການສ້າງໂຄງປະກອບລະບົບຕິດຕາມກວດກາຕະຫຼາດການເງິນຢູ່ຫວຽດນາມ.