ກອງປະຊຸມແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ພື້ນຖານໂຄງລ່າງຄົມມະນາຄົມເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ

(VOVWORLD) - ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ມີທ່າແຮງຫຼາຍຢ່າງ, ແຕ່ກໍ່ມີສິ່ງຈຳກັດແມ່ນ ປະຈຸບັນ, ພື້ນຖານໂຄງລ່າງຍຸດທະສາດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ
ກອງປະຊຸມແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ພື້ນຖານໂຄງລ່າງຄົມມະນາຄົມເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ - ảnh 1(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ)

        ຕອນເຊົ້າວັນທີ 16 ຕຸລາ, ຢູ່ນະຄອນ ເກີນເທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ແລະ ຊຸກຍູ້ພື້ນຖານໂຄງລ່າງຄົມມະນາຄົມເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.

        ກ່າວຄຳເຫັນເປີດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ, ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ມີທ່າແຮງຫຼາຍຢ່າງ, ແຕ່ກໍ່ມີສິ່ງຈຳກັດແມ່ນ ປະຈຸບັນ, ພື້ນຖານໂຄງລ່າງຍຸດທະສາດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ໂດຍສະເພາະແມ່ນທາງຄົມມະນາຄົມ, ເຮັດໃຫ້ເພີ່ມລາຍຈ່າຍ Logistic, ເຮັດໃຫ້ຫຼຸດຜ່ອນລັກສະນະແກ່ງແຍ້ງຂອງສິນຄ້າ. ທ່ານນາຍົກລັດຖະມົນຕີສະເໜີວ່າ, ຕ້ອງຕັ້ງໜ້າດ້ານນະວັດຕະກຳ, ນຳໃຊ້ວິທະຍາສາດເຕັກໂນໂລຊີ, ມີນະວັດຕະກຳໃນການກໍ່ສ້າງບັນດາກິດຈະກຳຈຸດສຸມ. ທ່ານຮຽກຮ້ອງວ່າ, ພາຍຫຼັງທີ່ຮັບຟັງບົດລາຍງານຂອງກະຊວງຄົມມະນາຄົມຂົນສົ່ງ, ກອງປະຊຸມຈະສືບຕໍ່ປຶກສາຫາລືກ່ຽວກັບການພັດທະນາບັນດາສະໜາມບິນ, ທ່າກຳປັ່ນ, ແຫຼ່ງຊັບພະຍາກອນມະນຸດແກ່ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.

        ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ພາຍຫຼັງໄລຍະ 3 ປີນັບແຕ່ເມື່ອຄົ້ນຄວ້າ, ຜັນຂະຫຍາຍບັນດາໂຄງການເສັ້ນທາງຄວາມໄວສູງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ມາຮອດປະຈຸບັນ ບັນດາເສັ້ນທາງຄວາມໄວສູງທີ່ທັນສະໄໝໄດ້ເລີ່ມປະກົດຂຶ້ນຢ່າງຈະແຈ້ງ, ນຳມາເຊິ່ງແງ່ຫວັງພັດທະນາຢ່າງໃຫຍ່ຫຼວງໃຫ້ແກ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສືບຕໍ່ສຸມໃສ່ຊາບຊຶມບັນດາທັດສະນະລຸລ່ວງ: ຄົມມະນາຄົມຂົນສົ່ງໄປກ່ອນເພື່ອເປີດທາງ; ທ້ອງຖິ່ນຕົກລົງ, ທ້ອງຖິ່ນເຮັດ; ຮັບປະກັນຄວາມຄືບໜ້າ ແລະ ລື່ນກາຍຄວາມຄືບໜ້າ, ຫຼັກອະນາໄມສິ່ງແວດລ້ອມ, ຕ້ານສິ່ງຫຍໍ້ທໍ້, ຟຸມເຟືອຍ…

        ທ່ານນາຍົກລັດຖະມົນຕີຮຽກຮ້ອງວ່າ, ຕ້ອງສູ້ຊົນບັນລຸເປົ້າໝາຍຮອດປີ 2025, ກໍ່ສ້າງສຳເລັດເສັ້ນທາງຄວາມໄວສູງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໄດ້ 600 ກມ. ໃນນັ້ນ, ໂຄງການເສັ້ນທາງ ເກີນເທີ - ກ່າເມົາ ຕ້ອງປະຕິບັດສຳເລັດກ່ອນວັນທີ 31 ທັນວາ 2025.

ກອງປະຊຸມແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ພື້ນຖານໂຄງລ່າງຄົມມະນາຄົມເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ - ảnh 2(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບຜູ້ມີສິດເລືອກຕັ້ງ)

        ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ພົບປະກັບຜູ້ມີສິດເລືອກຕັ້ງ ກ່ອນຈັດກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ຢູ່ນະຄອນ ເກີນເທີ.

        ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ແຈ້ງໃຫ້ຜູ້ມີສິດເລືອກຕັ້ງ ເກີນເທີ ຊາບກ່ຽວກັບສະພາບການເສດຖະກິດ, ສັງຄົມຂອງ ຫວຽດນາມ ໃນໄລຍະ 9 ເດືອນຜ່ານມາ, ບັນດາບັນຫາການຕ່າງປະເທດຂອງ ຫວຽດນາມ. ທ່ານນາຍົກລັດຖະມົນຕີກໍ່ຕອບບັນດາຄຳຖາມເຊິ່ງຜູ້ມີສິດເລືອກຕັ້ງຍົກອອກມາ, ໂດຍສະເພາະແມ່ນໂຄງການ 1 ລ້ານເຮັກຕາເຂົ້າສານທີ່ມີຄຸນນະພາບສູງ, ການປ່ອຍອາຍພິດຕ່ຳ; ຍົກລະດັບສະໜາມບິນ ເກີນເທີ, ກ່າເມົາ, ຟຸກວັກ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ