(vovworld) - ຕອບບ່າຍວັນທີ 6/9, ຢູ່ ຮ່າໂນ້ຍ, ພົນຕີ Dao Duy Minh, ຮອງຫົວໜ້າກົມໃຫຍ່ການເມືອງກອງທັງປະຊາຊົນຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນທີ່ມີຄຸນງາມຄວາມດີຕໍ່ການປະຕິວັດແຂວງວິ້ງລອງທີ່ມາຢ້ຽມຢາມນະຄອນຫຼວງ ຮ່າໂນ້ຍ ແລະ ຢ້ຽມຢາມກະຊວງປ້ອງກັນປະເທດ, ທ່ານ ພົນຕີ Dao Duy Minh ໄດ້ແຈ້ງໃຫ້ຊາບບັນດາວຽກງານ ແລະ ໝາກຜົນທີ່ບັນລຸໄດ້ໃນຂະບວນການຕອບບຸນແທນຄຸນ, ເບິ່ງແຍງ, ຊ່ວຍເຫຼືອບັນດາເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດຂອງພະນັກງານ, ນັກຮົບທົ່ວກອງທັບໃນໄລຍະຜ່ານມາ, ພ້ອມທັງຢືນຢັນວ່າ, ໃນໄລຍະຈະມາເຖິງ, ພະນັກງານ, ນັກຮົບທົ່ວກອງທັບຈະສືບຕໍ່ເສີມຂະຫຍາຍຄຸນນະທາດອັນດີງາມຂອງ ”ທະຫານລຸງໂຮ່”, ຕັ້ງໜ້າຫຼໍ່ຫຼອມ, ຍົກສູງຄວາມສາມາດກຽມພ້ອມສູ້ຮົບ, ປົກປັກຮັກສາອະທິປະໄຕສັກກະລະບູຊາຂອງປະເທດຊາດຢ່າງໝັ້ນຄົງ; ຕັ້ງໜ້າຍູ້ແຮງການເຄື່ອນໄຫວ ”ຕອບບຸນແທນຄຸນ”