(ພາບປະກອບ)
(VOV)- ລາຍການສະແດງສິລະປະ ແລະ ການປະມູນລາຄາສ້າງກອງທຶນສະໜັບສະໜູນເດັກພິການຢູ່ພາກກາງຫວຽດນາມ ຫາກໍ່ຖືກຈັດຂຶ້ນຢູ່ “ບ້ານຫວຽດນາມ ທີ່ນະຄອນຫຼວງວໍຊິງຕັນ ປະເທດອາເມລິກາ“. ນີ້ແມ່ນການປະມູນລາຄາບັນດາຜະລິດເຕະພັນວິຈິດສິນ ແລະ ເຄື່ອງຫັດຖະກຳໃນຂອບເຂດເຫດການວັດທະນະທຳ ແລະ ອາຫານການກິນ ໂດຍສະຖານທູດຫວຽດນາມ ປະຈຳອາເມລິກາ ສົມທົບກັບກອງທຶນຮັບໃຊ້ວົງຄະນະຍາດສາກົນຈັດຂຶ້ນ ເພື່ອແນໃສ່ສ້າງກອງທຶນສະໜັບສະໜູນເດັກພິການຢູ່ພາກກາງຫວຽດນາມ. ບໍລິສັດເສື້ອຍາວທີ່ມີຊື່ສຽງ Ngan An ໄດ້ໃຊ້ເງິນສ່ວນຕົວເພື່ອນຳບັນດາຊຸດເສື້ອຍາວໂດຍບັນດານັກອອກແບບກະກຽມສະເພາະໃຫ້ແກ່ລາຍການດັ່ງກ່າວຈາກຫວຽດນາມ ໄປອາເມລິກາ. ເອື້ອຍ Nguyen Anh Thu ນັກອອກແບບຕົ້ນຕໍຂອງບໍລິສັດ Ngan An ໃຫ້ຮູ້ວ່າ:
“ໂດຍແມ່ນນັກທຸລະກິດ, ນອກຈາກວຽກງານແລ້ວ, ຂ້າພະເຈົ້າໄດ້ມຸ້ງໄປເຖິງບັນດາການເຄື່ອນໄຫວກຸສົນ ແລະ ຢາກປະກອບສ່ວນເລັກໜ້ອຍໃຫ້ແກ່ວົງຄະນາຍາດ. ຂ້າພະເຈົ້າເຫັນວ່າ ນີ້ແມ່ນລາຍການທີ່ຕົນເອງຈຳເປັນຕ້ອງເຂົ້າຮ່ວມ ແລະ ນຳເອົາຊຸດເສື້ອຍາວມາມອບໃຫ້ສະຖານທູດເພື່ອປະມູນລາຄາເຮັດການກຸສົນ. ບັນດານາງແບບລ້ວນແຕ່ແມ່ນພັນລະຍາຂອງພະນັກງານພາລະກອນສະຖານທູດ ແລະ ນັກສຶກສາຫວຽດນາມ ພວມຮ່ຳຮຽນຢູ່ອາເມລິກາ“.