(VOVWORLD) -ຕອນຄ່ຳວັນທີ 19 ມັງກອນ, ສະຫະພັນແຮງງານນະຄອນໂຮ່ຈີມິນ ໄດ້ຈັດລາຍການ “ບຸນເຕັດແຫ່ງການເຕົ້າໂຮມ ປີ 2020” ໃຫ້ບັນດາຄອບຄົວກຳມະກອນ, ຊາວຜູ້ອອກແຮງງານທີ່ບໍ່ມີເງື່ອນໄຂກັບເມືອບ້ານເນື່ອງໃນໂອກາດຕ້ອນຮັບບຸນເຕັດປີຊວດ 2020.
ມີການເຄື່ອນໄຫວຫຼາຍຢ່າງທີ່ມີຄວາມໝາຍເພື່ອໜູນຊ່ວຍເປົ້າໝາຍປະສົບກັບຄວາມຫຍຸ້ງຍາກ
(ພາບ: TTXVN)
|
ນີ້ແມ່ນການເຄື່ອນໄຫວປະຈຳປີຂອງອົງການກຳມະບານ ເພື່ອແນໃສ່ແບ່ງປັນພ້ອມກັບສະມາຊິກກຳມະບານ, ຊາວຜູ້ອອກແຮງງານ, ໂດຍສະເພາະແມ່ນບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດເມື່ອບຸນເຕັດວຽນມາ.
ແລະກໍ່ໃນວັນດຽວກັນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ໄດ້ສົມທົບກັບຄະນະຊາວໜຸ່ມນະຄອນໂຮ່ຈີມິນ ຈັດລາຍການ “ຄອບຄົວອົບອຸນຍາມບຸນເຕັດ” ໃຫ້ເດັກທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດໃນບໍລິເວນແຂວງປະມານ 2.000 ນ້ອງ.
ເນື່ອງໃນໂອກາດນີ້, ຄະນະຊາວໜຸ່ມນະຄອນຫາຍເຢືອງ ໄດ້ຜັນຂະຫຍາຍບັນດາລາຍການກຸສົນ, ເພື່ອປະຊາຄົມ; ມອບຂອງຂວັນໃຫ້ບັນດາຄອບຄົວສະມາຊິກທີ່ປະສົບກັບຄວາມຫຍຸ້ງຍາກ, ຄອບຄົວທະຫານເສຍອົງຄະ, ຄອບຄົວທີ່ມີນັກຮົບເສຍສະຫຼະຊີວິດເພື່ອຊາດ, ມອບທຶນສຶກສາໃຫ້ນັກຮຽນທຸກຍາກທີ່ບືນຕົວຂຶ້ນຮ່່ຳຮຽນເກັ່ງ.
ໃນລະຫວ່າງວັນທີ 18 – 19 ມັງກອນ, ຢູ່ຕາແສງເມື່ອງຊາຍ, ເມືອງ ຊົງມ້າ, ແຂວງ ເຊີນລາ ກໍ່ໄດ້ຈັດບັນດາລາຍການມອບຂອງຂວັນເຊັ່ນດຽວກັນ.