ການເລືອກຕັ້ງສະມາຊິກສະພາແຫ່ງຊາດ,ສະມາຊິກສະພາປະຊາຊົນເສີມຂະຫຍາຍປະຊາທິປະໄຕ
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນ
ທີ່ກອງປະຊຸມ
|
(vovworld)- ຕອນເຊົ້າວັນທີ 18/7, ສະພາເລືອກຕັ້ງແຫ່ງຊາດ ໄດ້ຈັດຕັ້ງກອງປະຊຸມທົ່ວປະເທດ ສະຫລຸບວຽກງານການເລືອກຕັ້ງໃນທົ່ວປະເທດ ເພື່ອຕີລາຄາຢ່າງຄົບຖ້ວນ, ຮອບດ້ານກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XIV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2016-2021. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ.
ທີ່ວາລະໄຂກອງປະຊຸມ, ທ່ານນາງ ຫງວຽນທິກີມເງິນ, ປະທານສະພາແຫ່ງຊາດ, ປະທານສະພາເລືອກຕັ້ງແຫ່ງຊາດ ໄດ້ເນັ້ນຫນັກເຖິງຜົນສຳເລັດຂອງການເລືອກຕັ້ງແມ່ນມີຄວາມໝາຍສຳຄັນຍິ່ງໃນການຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ, ແຜນການພັດທະນາເສດຖະກິດສັງຄົມຂອງທັງອາຍຸການ ແລະ ປີ 2016. ທ່ານນາງ ຫງວຽນທິກີມເງິນ ຢືນຢັນ: ຜົນສຳເລັດຂອງການເລືອກຕັ້ງ ແມ່ນປະຖົມປັດໄຈ ເພື່ອສືບຕໍ່ກໍ່ສ້າງ, ປັບປຸງ ແລະ ສ້າງສຳເລັດລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຫວຽດນາມ ຂອງປະຊາຊົນ, ໂດຍປະຊາຊົນ ແລະເພື່ອປະຊາຊົນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ຕີລາຄາບັນດາຜົນງານສຳຄັນຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XIV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2016-2021 ດຳເນີນໃນວັນທີ 22/5 ຜ່ານມາ.
“ການເລືອກຕັ້ງດຳເນີນໄປໃນບັນຍາກາດປະຊາທິປະໄຕ, ສະເຫມີພາບ, ຖືກຕ້ອງກັບກົດໝາຍ, ປອດໄພ, ແມ່ນວັນບຸນຂອງທັງປະເທດ, ແມ່ນການດຳເນີນຊີວິດດ້ານການເມືອງຢ່າງເລິກເຊິ່ງກວ້າງຂວາງໃນທົ່ວພັກ, ທົ່ວປະຊາຊົນ ແລະ ທົ່ວກອງທັບ. ຜົນສຳເລັດການເລືອກຕັ້ງອີກຄັ້ງຫນຶ່ງໄດ້ຢືນຢັນເຖິງສະຕິດ້ານການເມືອງ, ຈິດໃຈຄວາມຮັບຜິດຊອບ ແລະ ນ້ຳໃຈຮັກຊາດຂອງປະຊາຊົນ, ສະແດງໃຫ້ເຫັນຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ການຊີ້ນຳນຳພາຂອງພັກ, ການຄຸ້ມຄອງບໍລິຫານຂອງລັດ, ຢືນຢັນສິດເປັນເຈົ້າຂອງປະຊາຊົນ ແລະ ຈິດໃຈສາມັກຄີທົ່ວປວງຊົນທັງຊາດ.”